ກ່າວຄຳເຫັນທີ່ລາຍການ, ທ່ານ ອະນຸພາບ ຕຸນາລົມ ເລຂາພັກນະຄອນຫຼວງວຽງຈັນ ຕີລາຄາສູງຕໍ່ລາຍການສົ່ງເສີມການທ່ອງທ່ຽວ, ການຄ້າຮ່າໂນ້ຍ-ວຽງຈັນ 2024 ເຊື່ອໝັ້ນວ່າ ລາຍການ ແລະຄວາມມານະພະຍາຍາມຂອງສອງນະຄອນຫຼວງ ຈະສ້າງບາດລ້ຽວເພີ່ມທະວີການຮ່ວມມືທີ່ນັບມື້ນັບແທດຈິງ, ມີປະສິດທິຜົນ ຮ່າໂນ້ຍ - ວຽງຈັນ, ປະກອບສ່ວນຫັນແນວທາງເປີດກວ້າງການຮ່ວມມືໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງລະຫວ່າງສອງພັກ, ສອງລັດ, ສອງຊາດໃຫ້ປະກົດຜົນເປັນຈິງ ເພື່ອເພີ່ມພູນຄູນສ້າງ, ປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ.

leftcenterrightdel
ທ່ານ ດິງຕ໊ຽນຢຸງ ເລຂາພັກນະຄອນຮ່າໂນ້ຍ ແລະທ່ານ ອະນຸພາບ ຕຸນາລົມ ຢ້ຽມຊົມໝູ່ບ້ານອາຊີບສີຂັດມັນ ທີ່ລາຍການ. ພາບ: HPA

ສ່ວນທ່ານເລຂາພັກນະຄອນຮ່າໂນ້ຍ ດິງຕ໊ຽນຢຸງ ສະແດງຄວາມປາດຖະໜາວ່າ ຜ່ານເຫດການນີ້, ບັນດາອົງການ, ປະຊາຄົມວິສາຫະກິດສອງຝ່າຍຈະມີກາລະໂອກາດພົບປະແລກປ່ຽນ, ຊອກຮູ້ ແລະສ້າງຕັ້ງການພົວພັນຄູ່ຮ່ວມມື. ທ່ານ ດິງຕ໊ຽນຢຸງ ສະເໜີໃຫ້ບັນດາອົງການສຸມໃສ່ພ້ອມກັນຄົ້ນຄ້ວາ, ປຶກສາຫາລືບັນດາມາດຕະການຟື້ນຟູ ແລະພັດທະນາການທ່ອງທ່ຽວສອງຝ່າຍ, ເພີ່ມທະວີການໝູນໃຊ້ເຕັກໂນໂລຢີດີຈີຕອນ; ສ້າງການໂຄສະນາ, ເຊື່ອມຕໍ່ເຂດມໍລະດົກໂລກຂອງສອງນະຄອນຫຼວງ ກໍ່ຄືເຊື່ອມຕໍ່ເຖິງບັນດາທ້ອງຖິ່ນຂອງສອງປະເທດ; ຮ່ວມມືຄົ້ນຄວ້າພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ, ປະດິດສ້າງບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ...

leftcenterrightdel
ບັນດາສະຫາຍການນຳສອງນະຄອນຫຼວງຮ່າໂນ້ຍ ແລະວຽງຈັນ ເປັນສັກຂີພິຍານພິທີລົງນາມບົດບັນທຶກກ່ຽວກັບການຮ່ວມມື. ພາບ: HPA

ໃນຂອບເຂດກອງປະຊຸມຮ່ວມມືສົ່ງເສີມການທ່ອງທ່ຽວ, ການຄ້າຮ່າໂນ້ຍ-ວຽງຈັນ 2024, ບັນດາອົງການ, ກົມກອງ, ວິສາຫະກິດຂອງສອງນະຄອນຫຼວງ ໄດ້ປຶກສາຫາລືເຫັນດີເປັນເອກະພາບລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມື: ຊຸກຍູ້ການສົ່ງເສີມ, ໂຄສະນາການທ່ອງທ່ຽວ, ການຄ້າລະຫວ່າງສອງນະຄອນ; ການຮ່ວມມືຂຸດຄົ້ນລາຍການທ່ອງທ່ຽວລະຫວ່າງຮ່າໂນ້ຍ ແລະວຽງຈັນ; ການຮ່ວມມືພົບປະແລກປ່ຽນ, ບຳລຸງສ້າງ, ແນະນຳອາຊີບມູນເຊື້ອ...

ໂດຍ: ແສງເດືອນ