ຢູ່ທີ່ນີ້, ຕາງໜ້າການນໍາ, ຄະນະບັນຊາກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ມອບຂອງຂວັນຈໍານວນ 10 ພູດ, ແຕ່ລະພູດມີມູນຄ່າ 2 ລ້ານດົ່ງໃຫ້ບັນດາເປົ້າໝາຍນະໂຍບາຍພິເສດຂອງທ້ອງຖິ່ນ.

leftcenterrightdel
ຄະນະປະຕິບັດງານມອບຂອງຂວັນຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໃຫ້ບັນດາຄອບຄົວນະໂຍບາຍພິເສດເມືອງໃໝ່. ພາບ: ວັນຈ໊ຽນ.

ພາຍຫຼັງໄດ້ຮັບຟັງຜູ້ຕາງໜ້າກໍາລັງແພດທະຫານສອງປະເທດທີ່ກໍາລັງຜັນຂະຫຍາຍລາຍການກວດ, ປິ່ນປົວພະຍາດລວມຢູ່ທີ່ນີ້ລາຍງານສະພາບການ, ຜົນການປະຕິບັດວຽກງານ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ນໍ້າໃຈຮັບຜິດຊອບ, ການປະສານສົມທົບກັນຢ່າງກົມກຽວ, ມີປະສິດທິຜົນ, ຈັດຕັ້ງການລົງທະບຽນ, ກວດ, ແຈກຢາຍຢາຢ່າງເໝາະສົມ, ມີວິທະຍາສາດຂອງຖັນແຖວພະນັກງານ, ທ່ານໝໍ, ພາລະກອນຂອງແພດທະຫານສອງຝ່າຍ. ພິເສດ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ຍ້ອງຍໍໜ່ວຍງານຂອງພັນເອກ, ປະລິນຍາໂທ ຫງວຽນຢຸ້ງ, ພະແນກສາກົນ (ໂຮງໝໍສູນກາງກອງທັບ 108) ທີ່ໄດ້ກູ້ເອົາຊີວິດຄົນເຈັບນາງ ທ່າວເຮືອງ, ອາຍຸ 36 ປີ ເປັນໂລກຫົວໃຈວາຍ, ພາໃຫ້ອາການສຸຂະພາບຮ້າຍແຮງທີ່ສຸດ.

leftcenterrightdel
ຄະນະປະຕິບັດງານລົງກວດກາວຽກງານກວດພະຍາດລວມຂອງທ່ານໝໍຫວຽດນາມ  ແລະລາວ ຢູ່ໂຮງໝໍເມືອງໃໝ່. ພາບ: ວັນຈ໊ຽນ.

ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ກໍຍ້ອງຍໍຊົມເຊີຍ, ອວຍພອນໜ່ວຍງານຂອງຮ້ອຍເອກພິເສດ, ປະລິນຍາໂທ ຫງວຽນວັນຖ໊າຍ, ພະແນກຜະດຸງຄັນ (ໂຮງໝໍສູນກາງ 108), ທີ່ໄດ້ຊ່ວຍນາງ ປໍເຢີ, ອາຍຸ 38 ປີ, ຢູ່ບ້ານປ່ຽງລວງ (ເມືອງໃໝ່) ປະສູດລູກຝາແຝດ ສໍາເລັດ  ...

ໂດຍ: ໄຊຊະນະ