* ວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Seattle, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Denny Heck ຮອງຜູ້ວ່າການລັດວໍຊິງຕັນ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ຢືນຢັນວ່າ ໜຶ່ງໃນບັນດາເປົ້າໝາຍຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ ແລະຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ກວ່າອີກ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານ Denny Heck ຮອງຜູ້ວ່າການລັດ ວໍຊິງຕັນ. ພາບ: qdnd.vn

ທ່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ຖື ລັດວໍຊິງຕັນ ແມ່ນຄູ່ຮ່ວມມືສຳຄັນຢູ່ຂັ້ນທ້ອງຖິ່ນ ແລະແມ່ນໜຶ່ງໃນບັນດາສູນເສດຖະກິດ, ການຄ້າແຖວໜ້າຂອງອາເມລິກາ; ເນັ້ນໜັກວ່າ ປັດຈຸບັນ ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 5 ຂອງລັດວໍຊິງຕັນ. ທ່ານປະທານປະເທດ ຕີລາຄາສູງການພົວພັນຮ່ວມມືໃນໄລຍະຜ່ານມາ ໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ ແລະສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືອັນແທດຈິງໃນຂົງເຂດການຄ້າ, ການສຶກສາ, ການບິນ ແລະພະລັງງານ.

ສ່ວນທ່ານ Denny Heck ຢືນຢັນຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງລັດວໍຊິງຕັນ ໃນພາກພື້ນ, ພ້ອມທັງຢືນຢັນ ພ້ອມແລ້ວທີ່ຈະພ້ອມກັບຄູ່ຮ່ວມມືຫວຽດນາມ ເພີ່ມທະວີການເຊື່ອມຕໍ່ລະຫວ່າງອໍານາດການປົກຄອງກັບວິສາຫະກິດ; ຊຸກຍູ້ການຄ້າ-ການລົງທຶນສອງສົ້ນ; ຍົກສູງການຮ່ວມມືກ່ຽວກັບລະບົບຕ່ອງໂສ້ການສະໜອງ ແລະ logistics ສີຂຽວ; ພັດທະນາຊັບພະຍາກອນມະນຸດ ແລະນະວັດຕະກໍາ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ Denny Heck ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງວິສາຫະກິດຫວຽດນາມ ແລະອາເມລິກາ, ພິເສດແມ່ນໃນຂົງເຂດການບິນ; ສະແດງຄວາມປິຕິຊົມຊື່ນ ແລະເນັ້ນໜັກວ່າ ເລື່ອງກຸ່ມບໍລິສັດ Boeing ມອບຮັບເຮືອບິນ Boeing 737 MAX ໃຫ້ແກ່ບໍລິສັດການບິນ Vietjet Air ແມ່ນຂີດໝາຍສຳຄັນ, ປະກອບສ່ວນຊຸກຍູ້ການຄ້າລະຫວ່າງສອງປະເທດ ໃຫ້ມີຄວາມກົມກຽວ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລັດວໍຊິງຕັນ ນັບຫຼາຍພັນຄົນ. ການຮ່ວມມືນີ້ກໍຢືນຢັນຄວາມສາມາດບົ່ມຊ້ອນ ແລະບົດບາດສຳຄັນຂອງວິສາຫະກິດຫວຽດນາມ ໃນເວທີສາກົນ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ເຊື້ອເຊີນການນຳລັດວໍຊິງຕັນ ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ, ເພື່ອແນໃສ່ຊຸກຍູ້ ແລະເພີ່ມທະວີການພົວພັນລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງລັດ ວໍຊິງຕັນ ກັບຫວຽດນາມ.

* ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການເຄື່ອນໄຫວສອງຝ່າຍ ຢູ່ Seattle, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Stephanie Pope ຮອງປະທານຝ່າຍບໍລິຫານຂອງກຸ່ມບໍລິສັດ Boeing, ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານຂອງ Boeing Commercial Airplanes (BCA).

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບທ່ານນາງ Stephanie Pope. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານນາງ Stephanie Pope ສະແດງຄວາມຍິນດີຕ້ອນຮັບທ່ານປະທານປະເທດ ແລະຄະນະຜູ້ແທນຫວຽດນາມ ມາຢ້ຽມຢາມສໍານັກງານຂອງກຸ່ມບໍລິສັດ ຢູ່ນະຄອນ Seattle, ຖືນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ພ້ອມທັງເປັນການຢັ້ງຢືນເຖິງການພົວພັນຮ່ວມມືທີ່ນັບມື້ນັບແໜ້ນແຟ້ນລະຫວ່າງອາເມລິກາ ແລະ ຫວຽດນາມ.

ແລກປ່ຽນກ່ຽວກັບຍຸດທະສາດ ແລະຄຳໝັ້ນສັນຍາຮ່ວມມືຂອງ Boeing ກັບຫວຽດນາມ, ທ່ານນາງ Stephanie Pope ຢືນຢັນວ່າ ຈະສືບຕໍ່ສົມທົບກັບການນຳບັນດາບໍລິສັດການບິນຂອງຫວຽດນາມ ເພື່ອຫັນບັນດາຂໍ້ຕົກລົງລະຫວ່າງສອງຝ່າຍໃຫ້ເປັນລະອຽດເທື່ອລະກ້າວ, ຜ່ານນັ້ນສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືກັບຄູ່ຮ່ວມມືຫວຽດນາມ ກວ່າອີກ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ຕີລາຄາສູງບັນດາຜົນການດໍາເນີນທຸລະກິດ ກໍ່ຄືການຮ່ວມມື, ສະໜັບສະໜູນຂອງ Boeing ຕໍ່ກັບຫວຽດນາມ ໃນໄລຍະຜ່ານມາ, ທ່ານປະທານປະເທດ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ຮູ້ວ່າ Boeing ໄດ້ສຳເລັດລະບຽບການ ມອບ-ຮັບເຮືອບິນລໍາໃໝ່ໃຫ້ແກ່ຄູ່ຮ່ວມມືຫວຽດນາມ; ພ້ອມທັງສະເໜີໃຫ້ Boeing ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດສຳເລັດ ແລະມອບຮັບໃຫ້ຖືກຕາມຄວາມຄືບໜ້າບັນດາໃບສັ່ງສິນຄ້າທີ່ໄດ້ລົງນາມ, ດ້ວຍຂັ້ນຕອນຂຸດຄົ້ນ ແລະແຜນການການເງິນໃຫ້ມີປະສິດທິຜົນ.

ກ່ຽວກັບຄຳໝັ້ນສັນຍາຂອງ Boeing ໃນການຮ່ວມເດີນທາງກັບຫວຽດນາມ ພັດທະນາ, ທ່ານປະທານປະເທດ ສະເໜີ Boeing ຄົ້ນຄວ້າ ແລະຜັນຂະຫຍາຍການລົງທຶນໂຮງງານຜະລິດເຄື່ອງອາໄຫຼ່ໂດຍໄວ, ກໍ່ຄືກໍ່ສ້າງສູນສ້ອມແປງອຸປະກອນ, ເຄື່ອງຈັກ ແລະເຮືອບິນລະດັບພາກພື້ນທີ່ຕິດພັນກັບສະໜາມບິນໃຫຍ່, ຜ່ານນັ້ນບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ຕະຫຼາດຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ; ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວໂລກຂອງ Boeing ເທື່ອລະກ້າວ, ປັບປຸງພື້ນຖານການຮ່ວມມືແບບຍືນຍົງ, ຍາວນານລະຫວ່າງສອງຝ່າຍ. ທ່ານປະທານປະເທດ ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍ ເພື່ອໃຫ້ບັນດານັກລົງທຶນອາເມລິກາ ເວົ້າລວມ ແລະກຸ່ມບໍລິສັດ Boeing ເວົ້າສະເພາະ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະໝັ້ນຄົງຍືນຍົງ ຢູ່ ຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ເປັນສັກຂີພິຍານພິທີລົງນາມການມອບ-ຮັບເຮືອບິນ Boeing 737 MAX ລໍາທໍາອິດລະຫວ່າງກຸ່ມບໍລິສັດ Boeing ແລະບໍລິສັດການບິນ Vietjet Air. ພາບ: ສໍານັກຂ່າວສານຫວຽດນາມ.

* ກໍໃນຕອນເຊົ້າວັນທີ 21 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ເລືອງເກື່ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມພິທີລົງນາມການມອບ-ຮັບເຮືອບິນລະຫວ່າງກຸ່ມບໍລິສັດ Boeing (ອາເມລິກາ) ແລະບໍລິສັດການບິນ Vietjet Air (ຫວຽດນາມ).

ໂດຍ: ໄຊຊະນະ