ຊຸກຍູ້ການເຊື່ອມຕໍ່ດ້ານການເງິນ ຫວຽດນາມ - ລາວ
ກປ.ອອນໄລ - ຕອນບ່າຍວັນທີ 15 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ການເຄື່ອນໄຫວຂອງທະນາຄານຫວຽດນາມ ຢູ່ລາວ: ສະພາບການຕົວຈິງ ແລະມາດຕະການ”.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ສະແດງຄວາມປິຕິຊົມຊື່ນ ແລະຖືວ່າ ນີ້ແມ່ນຄັ້ງທຳອິດທີ່ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຕັ້ງເວທີປາໄສລວມໃຫ້ບັນດາທະນາຄານຫວຽດນາມ ທີ່ດໍາເນີນທຸລະກິດຢູ່ລາວ ເພື່ອແນໃສ່ສ້າງບ່ອນແລກປ່ຽນ, ສົນທະນາ; ເຊື່ອໝັ້ນວ່າ ເຫດການນີ້ຈະມີຜົນສະທ້ອນແຜ່ລະບາດ, ສົ່ງເສີມການເປີດກວ້າງບັນດາເວທີປາໄສທີ່ຄ້າຍຄືກັນໃນໄລຍະຈະມາເຖິງ, ບໍ່ພຽງແຕ່ໃນຂົງເຂດທະນາຄານເທົ່ານັ້ນ ຫາກຍັງແມ່ນບັນດາຂົງເຂດດໍາເນີນທຸລະກິດອື່ນໆຂອງວິສາຫະກິດຫວຽດນາມ ຢູ່ ລາວ ອີກດ້ວຍ.
    |
 |
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງທະນາຄານຫວຽດນາມ ຢູ່ລາວ ໃນການສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດາທະນາຄານການຄ້າຫວຽດນາມ ຍາມໃດກໍ່ເປັນເຈົ້າການ ແລະມີຫົວຄິດປະດິດສ້າງໃນການເຄື່ອນໄຫວດຳເນີນທຸລະກິດ; ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຂອງວິສາຫະກິດຫວຽດນາມ ຢູ່ລາວ; ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ພັດທະນາແບບຍືນຍົງ.
ທ່ານເອກອັກຄະລັດຖະທູດ ຫວັງວ່າ ພາຍຫຼັງການໂອ້ລົມສຳມະນາຄັ້ງນີ້, ບັນດາທະນາຄານຫວຽດນາມ ຢູ່ລາວ ສືບຕໍ່ເຊື່ອມຕໍ່, ສ້າງຫຼາຍຮູບການເວທີປາໄສເພື່ອແລກປ່ຽນຢ່າງເປັນປະຈໍາ ແລະມີປະສິດທິຜົນ; ພ້ອມທັງ, ຢືນຢັນວ່າ ສະຖານທູດ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາທະນາຄານຫວຽດນາມ ດຳເນີນທຸລະກິດຢ່າງໝັ້ນຄົງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າລະຫວ່າງສອງປະເທດ.
ໂດຍ: ຈາງຫງວຽນ