leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ. ພາບ: ຟ້້າມຖັ໊ງ

ທີ່ການຕ້ອນຮັບ, ປະທານອົງການກວດສອບແຫ່ງລັດລາວ ໃຫ້ຮູ້ວ່າ: ໃນໄລຍະມໍ່ໆມານີ້, ບົນພື້ນຖານຄໍາເຫັນຊີ້ນຳຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ອົງການກວດສອບແຫ່ງລັດຫວຽດນາມ ແລະ ອົງການກວດສອບແຫ່ງລັດລາວ ໄດ້ສົມທົບກັນຢ່າງຕັ້ງໜ້າເພື່ອສ້າງແຜນການຮ່ວມມືລະຫວ່າງສອງອົງການ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ. ພາບ: ຟ້້າມຖັ໊ງ

ໃນວິວັດການດັ່ງກ່າວນັ້ນ, ອົງການກວດສອບແຫ່ງລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະໜູນຊ່ວຍອົງການກວດສອບແຫ່ງລັດລາວ ດ້ວຍການຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ພະນັກງານ, ລົງທຶນພື້ນຖານໂຄງລ່າງ ແລະ ຜັນຂະຫຍາຍໂຄງການສໍານັກງານເອເລັກໂຕນິກ... ໃນຂອບເຂດການຢ້ຽມຢາມຫວຽດນາມ ຄັ້ງນີ້, ສອງອົງການໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາແລກປ່ຽນ ແລະແບ່ງປັນບົດຮຽນປະສົບການໃນການຊຸກຍູ້ການຜັນຂະຫຍາຍຂໍ້ສະເໜີແນະຂອງອົງການກວດສອບແຫ່ງລັດ ແລະການເຂົ້າຮ່ວມຂອງອົງການກວດສອບແຫ່ງລັດ ເຂົ້າໃນການວາງແຜນງົບປະມານແຫ່ງລັດປະຈຳປີ. ພິເສດ, ໃນການຢ້ຽມຢາມຄັ້ງນີ້, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ແບ່ງປັນປະສົບການອັນລ້ຳຄ່າໃນໜ້າທີ່ເຂົ້າຮ່ວມການວາງແຜນງົບປະມານແຫ່ງລັດປະຈຳປີ - ໜ້າທີ່ໃໝ່ຂອງອົງການກວດສອບແຫ່ງລັດຂອງລາວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຟ້້າມຖັ໊ງ

ເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງອົງການ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າເກົ່າ,  ທ່ານປະທານສະພາແຫ່ງຊາດ ຫວຽດນາມ  ສະເໜີໃຫ້ອົງການກວດສອບແຫ່ງລັດຂອງສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍແຜນການຮ່ວມມືໃນໄລຍະກາງ 2025-2028, ປະຕິບັດຍຸດທະສາດການຮ່ວມມື 2021-2030 ຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນປະສົບການໃນການເຄື່ອນໄຫວ; ໂດຍສະເພາະແມ່ນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້, ການທໍ້ຟຸມເຟືອຍ, ຫັນເປັນດີຈີຕອນ, ຫັນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ເປັນດີຈີຕອນ, ການຝຶກອົບຮົມຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານ ແລະ ອື່ນໆ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ ພ້ອມດ້ວຍຜູ້ແທນ. ພາບ: ຟ້້າມຖັ໊ງ

ທ່ານປະທານອົງການກວດສອບແຫ່ງລັດລາວ ໄດ້ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະຄວາມເອົາໃຈໃສ່ຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ກັບການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງລັດຂອງສອງປະເທດ; ຢືນຢັນຈະສົມທົບຢ່າງແໜ້ນແຟ້ນກັບອົງການກວດສອບແຫ່ງລັດຫວຽດນາມ ເພື່ອຜັນຂະຫຍາຍເນື້ອໃນການຮ່ວມມືໃຫ້ນັບມື້ນັບຮັບຜົນດີ; ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດເປົ້າໝາຍພັດທະນາປະເທດຊາດທີ່ໄດ້ວາງອອກສໍາເລັດຜົນ.

ໂດຍ: ທູຈາງ