ກ່າວຄຳເຫັນທີ່ເຫດການ, ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 15 ທີ່ງານຕະຫຼາດນັດໄດ້ຈັດຂຶ້ນ, ກາຍເປັນງານວາງສະແດງສິນຄ້າລະດັບຊາດ, ປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງລັດຖະບານ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ. ງານຕະຫຼາດນັດໄດ້ສວມບົດບາດສຳຄັນໃນການພັດທະນາການຄ້າ, ການລົງທຶນ, ການທ່ອງທ່ຽວ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.

leftcenterrightdel
ຜູ້ແທນຢ້ຽມຊົມຮ້ານສິນຄ້າຂອງຫວຽດນາມ ທີ່ງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ມາໄລທອງ ກົມມະສິດ ຕີລາຄາສູງຄວາມເອົາໃຈໃສ່ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາວິສາຫະກິດຫວຽດນາມ ແລະ ລາວ ໃນງານຕະຫຼາດນັດປີນີ້, ໄດ້ສະແດງໃຫ້ເຫັນຜ່ານຂະໜາດຂອງຮ້ານສິນຄ້າ ແລະສິນຄ້າທີ່ນໍາມາວາງສະແດງທີ່ມີຫຼາຍຮູບຫຼາຍແບບ. ພ້ອມທັງ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ເຫດການຈະປະກອບສ່ວນຊຸກຍູ້ການຄ້າສອງຝ່າຍລະຫວ່າງ ລາວ-ຫວຽດນາມ ແລະຫັນບັນດາເປົ້າໝາຍຮ່ວມມືທີ່ການນຳຂອງສອງປະເທດໄດ້ວາງອອກໃຫ້ປະກົດຜົນເປັນຈິງ.

ງານຕະຫຼາດນັດປີນີ້ໄດ້ດຳເນີນໃນລະຫວ່າງວັນທີ 17-21 ກໍລະກົດ, ໄດ້ຈັດຕັ້ງເປັນຂະໜາດໃຫຍ່, ດຶງດູດປະມານ 250 ຮ້ານສິນຄ້າ, ໃນນັ້ນມີ 120 ຮ້ານຂອງວິສາຫະກິດຫວຽດນາມ ເກືອບ 80 ແຫ່ງທີ່ມາຈາກຂະແໜງການຢາ ແລະອຸປະກອນສາທາລະນະສຸກ, ກະສິກຳ-ປ່າໄມ້-ສິນໃນນໍ້າ ແລະສະບຽງອາຫານປຸງແຕ່ງ, ອາພອນສະໄໝ-ຕັດຫຍິບ, ເຄື່ອງຫັດຖະກຳສິລະປະ...

ນອກຈາກເປົ້າໝາຍໂຄສະນາພາບພົດຂອງປະເທດຊາດ ແລະເຄື່ອງໝາຍການຄ້າຂອງຫວຽດນາມ, ຄະນະຜູ້ແທນວິສາຫະກິດຫວຽດນາມ ກໍ່ມຸ່ງໄປເຖິງການເປີດກວ້າງຕະຫຼາດໄປຍັງລາວ ແລະພາກຕາເວັນອອກສ່ຽງເໜືອຂອງໄທ, ແນະນຳຄວາມສາມາດບົ່ມຊ້ອນໃນການລົງທຶນ, ຖ່າຍທອດເຕັກໂນໂລຊີ, ການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດ.

ໂດຍ: ຈາງຫງວຽນ