ທ່ານພົນໂທ ແສງນວນ ໄຊຍະລາດ ເນັ້ນໜັກວ່າ ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນໄຊຊະນະລວມຂອງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ, ແມ່ນໄຊຊະນະແຫ່ງຄວາມສາມັກຄີ ແລະຮ່ວມສໍາພັນສູ້ຮົບຂອງສາມປະເທດອິນດູຈີນ,  ແມ່ນປະຖົມປັດໄຈ ເພື່ອໃຫ້ປະເທດລາວ ລຸກຮືຂຶ້ນຍຶດອຳນາດການປົກຄອງ.

ຕາມທ່ານພົນໂທ ແສງນວນ ໄຊຍະລາດ ແລ້ວ, ສິ່ງສຳຄັນພາໄປເຖິງໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ ປີ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ. ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນໄຊຊະນະດ້ານວີທີການຍຸດທະສາດ, ການທະຫານ ແລະການເມືອງ, ສະແດງໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນໂທ ແສງນວນ ໄຊຍະລາດ, ປະທານສະຫະພັນນັກຮົບເກົ່າລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນຖານະເປັນປະທານສະຫະພັນນັກຮົບເກົ່າລາວ, ທ່ານພົນໂທ ແສງນວນ ໄຊຍະລາດ ໃຫ້ຮູ້ວ່າ: ທ່ານເຂົ້າໃຈຢ່າງຈະແຈ້ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຕົນໃນການສຶກສາຄົນລຸ້ນຫຼັງມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະຖືກຕ້ອງກ່ຽວກັບການຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະປະຊາຊົນລາວໃນເມື່ອກ່ອນ; ເຂົ້າໃຈວ່າ ເພື່ອໃຫ້ການປະຕິວັດລາວ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງແມ່ນຍ້ອນມີການຊ່ວຍເຫຼືອຂອງພັກກອມມູນິດຫວຽດນາມ, ພິເສດແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ຊ່ວຍໃຫ້ການປະຕິວັດລາວ ຍາດໄດ້ໄຊຊະນະຢ່າງສົມບູນ.

ໃນຂະນະນັ້ນ, ຕາມທ່ານພັນເອກ ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບລາວ ແລ້ວ, ໄຊຊະນະໃນວັນທີ 30 ເມສາ ປີ 1975 ແມ່ນການສົມທົບລະຫວ່າງສິລະປະການທະຫານ ແລະການທູດຢ່າງມີຄວາມໄຫວພິບ, ຍາດແຍ່ງເອົາກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ.

leftcenterrightdel
ທ່ານພັນເອກ ແກ້ວສຸວັນ ຜາງພິລາວົງ, ຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະປະຈຸບັນ, ເພື່ອບັນລຸໄດ້ໝາກຜົນໃຫຍ່ຫຼວງກວ່າອີກໃນການປະຕິບັດສອງໜ້າທີ່ຍຸດທະສາດແມ່ນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງສອງປະເທດ, ສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ຕ້ອງປົກປັກຮັກສາ ແລະພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ໝັ້ນຄົງຕະຫຼອດໄປ.

ທ່ານພັນເອກ ແກ້ວສຸວັນ ຜາງພິລາວົງ ໃຫ້ຮູ້ວ່າ ການນຳສອງພັກ, ສອງລັດ ຫວຽດນາມ-ລາວ ລ້ວນແຕ່ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນຜົນຂອງສາຍພົວພັນການຮ່ວມມື, ຄວາມສາມັກຄີໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະພັດທະນາປະເທດຊາດ. ນັ້ນແມ່ນໝາກຜົນພາວະວິໄສຂອງການເປີດກວ້າງການຮ່ວມມືກັບສາກົນ, ແມ່ນປັດໄຈເພື່ອຮັບປະກັນຄວາມສະຖຽນລະພາບ ແລະການພັດທະນາຂອງສອງຊາດຫວຽດນາມ - ລາວ.

ໂດຍ: ທູຈາງ