leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ບັນດາສະຫາຍອະດີດຮອງປະທານປະເທດ ແຫ່ງ ສສ ຫວຽດນາມ. ພາບ: qdnd.vn

ທີ່ພິທີ, ຕາງໜ້າໃຫ້ການນໍາພັກ, ລັດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ໃຫ້ ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ແລະບັນດາສະຫາຍອະດີດຮອງປະທານປະເທດ: ທ່ານນາງ ເຈືອງໝີຮວາ, ທ່ານນາງ ຫງວຽນທິຢວານ ແລະທ່ານນາງ ດັ້ງທິງອັກທິ້ງ.

ຫຼຽນໄຊອິດສະຫຼະ ຊັ້ນ I ໄດ້ມອບໃຫ້ເພື່ອສະແດງໃຫ້ເຫັນຄວາມຮັບຮູ້ຢ່າງເລິກເຊິ່ງຂອງພັກ ແລະລັດລາວ ຕໍ່ຄວາມມານະພະຍາຍາມປະກອບສ່ວນຂອງທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວນ ແລະອະດີດຮອງປະທານປະເທດ: ທ່ານນາງ ຫງວຽນທິບີ່ງ, ເຈືອງໝີຮວາ, ຫງວຽນທິຢວານ ແລະດັ້ງທິງອັກທິ້ງ ໃນການປັບປຸງ ແລະເພີ່ມທະວີສາຍພົວພັນສາມັກຄີແບບພິເສດ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງສອງຊາດ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມອບຊໍ່ດອກໄມ້ໃຫ້ບັນດາສະຫາຍ. ພາບ: qdnd.vn

ຕາງໜ້າໃຫ້ບັນດາສະຫາຍທີ່ໄດ້ຮັບຫຼຽນໄຊອັນສູງສົ່ງທີ່ພິທີ, ທ່ານນາງ ຫວໍທິແອ໊ງຊວນ ສະແດງຄວາມສະເທືອນໃຈທີ່ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ I - ຫຼຽນໄຊອັນສູງສົ່ງຂອງພັກ ແລະລັດລາວ ມອບໃຫ້. ທ່ານນາງ ຫວໍທິແອ໊ງຊວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນການກໍ່ສ້າງ, ບຳລຸງສ້າງ, ສ້າງເງື່ອນໄຂເພື່ອໃຫ້ບັນດາສະຫາຍໄດ້ເຂົ້າຮ່ວມປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ກໍ່ຄືປະກອບສ່ວນເຂົ້າໃນການກໍ່ສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ