ບົດຂຽນໄດ້ທົບທວນຄືນບັນດາປະກອບສ່ວນສຳຄັນຂອງທ່ານປະທານ ຄໍາໄຕ ສີພັນດອນ ມີຕໍ່ປະເທດລາວ, ຢັ້ງຢືນວ່າ ທ່ານແມ່ນໜຶ່ງໃນບັນດາການນຳຜູ້ດີເດັ່ນໃນລຸ້ນທຳອິດຂອງພັກ, ແມ່ນແກ່ນສານຫຼັກແຫຼ່ງຂອງສູນກາງພັກ ທີ່ໄດ້ຊີ້ນຳນຳພາການປະຕິວັດຂອງຊາດ, ປະຊາທິປະໄຕ ແລະຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ, ນຳການປະຕິວັດລາວ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ, ນຳປະເທດລາວ ກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມເທື່ອລະກ້າວ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ວາງພວງມາລາ, ໄວ້ອາໄລທ່ານພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ພາບ: vov.vn

ພ້ອມກັບປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ປະທານ ຄຳໄຕ ສີພັນດອນ ແລະບັນດາການນຳຂອງສອງປະເທດໄດ້ສ້າງພື້ນຖານອັນໜັກແໜ້ນ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ດ້ວຍການອຸທິດສ່ວນດີເດັ່ນທີ່ມີຕໍ່ພາລະກິດປະຕິວັດລາວ  ແລະຫວຽດນາມ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປັນກຽດຮັບຫຼຽນຄຳລະດັບຊາດຈາກພັກ, ລັດລາວ ແລະຫຼຽນໄຊດາວຄຳຈາກພັກ, ລັດຫວຽດນາມ.

ໃນຕອນເຊົ້າວັນທີ 5 ເມສາ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ນຳໜ້າຄະນະຜູ້ແທນສະຖານທູດ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມາວາງພວງມາລາ, ໄວ້ອາໄລທ່ານພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

ໂດຍ: ເຈິ່ນຮວ່ຽນ