ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຫົວຂໍ້ “ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບ-ພ້ອມກັນກ້າວເດີນໄປໜ້າ” ຂອງລາຍການພົບປະແລກປ່ຽນໂອ້ລົມສົນທະນານາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ-ລາວ; ຊົມເຊີຍບັນດາອົງການທີ່ກ່ຽວຂ້ອງຂອງກອງທັບສອງປະເທດ, ພິເສດແມ່ນອົງການຊາວໜຸ່ມຂອງສອງກົມໃຫຍ່ການເມືອງ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຢ່າງມີຊີວິດຊີວາ ແລະມີຄວາມໝາຍເລິກເຊິ່ງ.

leftcenterrightdel
ບັນຍາກາດ ທີ່ການພົບປະແລກປ່ຽນໂອ້ລົມສົນທະນາ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, ຊາວໜຸ່ມຂອງກອງທັບສອງປະເທດ ຈະສືບຕໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນປະສົບການດໍາເນີນວຽກງານຊາວໜຸ່ມ; ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ ແລະແຮກສ່ຽວ; ຈັດຕັ້ງຂະບວນການເຄື່ອນໄຫວປະຕິວັດ, ກໍ່ສ້າງ ແລະທະວີຄູນແບບແຜນການເຮັດວຽກທີ່ດີ ແລະຮູບແບບດີເດັ່ນ, ຜ່ານນັ້ນຝຶກຝົນຫຼໍ່ຫຼອມຊາວໜຸ່ມໃນຕົວຈິງ; ພ້ອມກັນນັ້ນ, ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງຊາວໜຸ່ມ, ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດສັງຄົມນິຍົມຂອງແຕ່ລະປະເທດ, ເພີ່ມພູນຄູນສ້າງໃຫ້ສ້າງສາຍພົວພັນ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ໃນນັ້ນການພົວພັນດ້ານປ້ອງກັນຊາດ ຕ້ອງສືບຕໍ່ເປັນຈຸດພົ້ນເດັ່ນ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນທີ່ສຸດໃນການພົວພັນສອງປະເທດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ລາຍການພົບປະແລກປ່ຽນໂອ້ລົມສົນທະນານາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ຄົນຮຸ່ນໜຸ່ມຂອງກອງທັບສອງປະເທດເພີ່ມທະວີກໍ່ສ້າງສາຍພົວພັນມິດຕະພາບຖານມິດສະຫາຍອ້າຍນ້ອງໃຫ້ນັບມື້ນັບສະໜິດສະໜົມກວ່າເກົ່າ; ສົ່ງເສີມໃຫ້ຊາວໜຸ່ມຂອງກອງທັບສອງປະເທດຕັ້ງໜ້າສົມທົບກັນຈັດຕັ້ງບັນດາລາຍການພົບປະແລກປ່ຽນດ້ວຍເນື້ອໃນ ແລະຮູບການທີ່ມີຊີວິດຊີວາ ແລະຟົົດຟື້ນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງປ້ອງກັນປະເທດ ແລະບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນການຜັນຂະຫຍາຍການເຄື່ອນໄຫວທີ່ມີຄວາມໝາຍຄືດັ່ງກ່າວ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ  ແລະທ່ານພົນໂທ ວົງຄໍາ ພົມມະກອນ ພ້ອມດ້ວຍຜູ້ແທນ ເຂົ້າຮ່ວມລາຍການ. ພາບ: qdnd.vn

ຕອນຄ່ຳວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະກໍ່ກອງໄຟຕັ້ງຄ້າຍພົບປະແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ - ລາວ.

ໂດຍ: ທູຈາງ