ເຂົ້າຮ່ວມເຫດການມີທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ, ຜູ້ຕາງໜ້າບັນດາອົງການທີ່ຢູ່ອ້ອມຂ້າງສະຖານທູດ ແລະຊາວ ຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ລາວ ເປັນຈຳນວນຫຼວງຫຼາຍ.

ກ່າວຄໍາເຫັນໄຂພິທີ, ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໃຫ້ຮູ້ວ່າ: ໃນໃຈຂອງພົນລະເມືອງຫວຽດນາມ ທຸກຄົນ, ບໍ່ວ່າຢູ່ພາຍໃນ ຫຼືຕ່າງປະເທດ, ເຈົ້າຊີວິດຮຸ່ງອົງຕ່າງໆ ຍາມໃດກໍ່ແມ່ນບັນພະບຸລຸດຂອງຊາດທີ່ມີຄຸນງາມຄວາມດີສ້າງຕັ້ງລັດທຳອິດຂອງຫວຽດນາມ ແລະແມ່ນບັນພະບຸລຸດລວມຂອງທົ່ວປວງຊົນທັງຊາດ.

ທ່ານ ຟ້າມວັນຮຸ່ງ ເນັ້ນໜັກວ່າ ດ້ວຍຈິດໃຈຮັກຊາດ, ຍາມໃດກໍ່ຄິດເຖິງກົກເຄົ້າເຫງົ້າກໍ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ສາມັກຄີ, ມານະພະຍາຍາມ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອສ້າງປະຊາຄົມໃຫ້ນັບມື້ນັບພັດທະນາ, ໝັ້ນຄົງເຂັ້ມແຂງ ແລະປະສົບຜົນສຳເລັດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຫວຽດນາມ-ລາວ, ສົມເປັນລູກຫຼານຂອງເຈົ້າຊີວິດຮຸ່ງ.

leftcenterrightdel
ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ (ຂວາ) ດຳເນີນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, ໄຫວ້ບູຊາເຈົ້າຊີວິດຮຸ່ງ 2025 ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ອາໄລຫາ ແລະຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດ, ພ້ອມກັນນັ້ນສະແດງຄວາມເຄົາລົບນັບຖືມຸ່ງຫາກົກເຄົ້າເຫງົ້າກໍຫວຽດນາມ ແລະເປັນໂອກາດເພື່ອໃຫ້ຄົນລຸ້ນຫຼັງໄດ້ເຂົ້າໃຈກ່ຽວກັບຄຸນຄ່າປະຫວັດສາດອະລິຍະທຳນັບພັນປີທີ່ບັນພະບຸລຸດຂອງພວກເຮົາປະໄວ້ຢ່າງເລິກເຊິ່ງກວ່າ, ຜ່ານນັ້ນເພີ່ມທະວີນໍ້າໃຈສາມັກຄີ, ສະໜິດຕິດພັນ, ຮັກແພງກັນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນມຸ່ງກັບບ້ານເກີດເມືອງນອນ, ປະເທດຊາດ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຖະຫວາຍທູບທຽນອາໄລຫາເຈົ້າຊີວິດຮຸ່ງ ທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ໃນທ່າມກາງບັນຍາກາດອັນສັກສິດ, ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໄດ້ດຳເນີນພິທີໄຫວ້ບູຊາ, ຖະຫວາຍທູບທຽນ ແລະຮູ້ບຸນຄຸນເຈົ້າຊີວິດຮຸ່ງອົງຕ່າງໆ.

ຈາກນັ້ນ, ຜູ້ຕາງໜ້າສະຖານທູດ, ບັນດາອົງການ, ຄະນະ, ຂະແໜງການ, ໝູ່ຄະນະ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເປັນຈໍານວນຫຼວງຫຼາຍໄດ້ຖະຫວາຍທູບທຽນ, ດອກໄມ້, ຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງອົງຕ່າງໆ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໄດ້ມອບນາມມະຍົດ “ລູກຫຼານເຈົ້າຊີວິດຮຸ່ງທົ່ວໂລກ 2025” ໃຫ້ສອງບຸກຄົນຢູ່ລາວ ຍ້ອນໄດ້ສົ່ງແຮງບັນດານໃຈ, ເຊື່ອມຕໍ່ສາຍໃຈເພື່ອນມິດ, ນໍ້າໃຈມິດຕະພາບ ແລະຈິດໃຈມະຫາສາມັກຄີແຫ່ງຊາດລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ.

ໂດຍ: ທະນາພອນ