ຊຸກຍູ້ມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນລະຫວ່າງເມືອງຊົງມາ ແລະເມືອງແອດ
ກປ.ອອນໄລ - ວັນທີ 28 ມີນາ, ເມືອງຊົງມາ ໄດ້ເປັນປະທານກອງປະຊຸມແລກປ່ຽນລະຫວ່າງເມືອງຊົງມາ, ແຂວງເຊີນລາ (ຫວຽດນາມ) ແລະເມືອງແອດ, ແຂວງຫົວພັນ (ລາວ), ຕີລາຄາໝາກຜົນແຫ່ງການສົມທົບກັນໃນບັນດາຂົງເຂດໃນປີ 2024 ແລະປຶກສາຫາລື, ເຫັນດີເປັນເອກະພາບທິດທາງການຮ່ວມມືໃນປີ 2025.
ທີ່ກອງປະຊຸມ, ການນຳເມືອງຊົງມາ ແລະເມືອງແອດ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນປີ 2024; ຕີລາຄາການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຢູ່ເມືອງແອດ. ຕາມນັ້ນແລ້ວ, ອົງຄະນະພັກ, ອຳນາດການປົກຄອງ ແລະພະນັກງານ, ສະມາຊິກພັກ, ປະຊາຊົນສອງເມືອງ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອມິດຕະພາບແບບພິເສດ, ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືໃນບັນດາຂົງເຂດດ້ານເສດຖະກິດ, ສັງຄົມຢ່າງເປັນປະຈໍາ... ເປັນເຈົ້າການແກ້ໄຂບັນດາບັນຫາທີ່ເກີດຂຶ້ນກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມໝັ້ນຄົງຊາຍແດນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ແມັ້ງຮຸ່ງ |
ເມືອງຊົງມາ ແລະເມືອງແອດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ. ໃນນັ້ນ, ສືບຕໍ່ຊີ້ນຳ, ເພີ່ມທະວີວຽກງານສົມທົບໂຄສະນາ, ສຶກສາອົບຮົມກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນກ່ຽວກັບສັນຍາກົດລະບຽບຊາຍແດນແຫ່ງຊາດ ຫວຽດນາມ-ລາວ, ບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງສອງປະເທດກ່ຽວກັບວຽກງານຊາຍແດນ.
ເພີ່ມທະວີວຽກງານສົມທົບລາດຕະເວນສອງຝ່າຍເພື່ອປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດໃຫ້ມີຄວາມປອດໄພ, ສະກັດກັ້ນ ແລະແກ້ໄຂການກະທຳລະເມີດຢ່າງທັນການ ແລະມີປະສິດທິຜົນ; ສ້າງເງື່ອນໄຂສະດວກໃຫ້ບັນດາກົມກອງ, ວິສາຫະກິດທີ່ພວມຜະລິດ, ດໍາເນີນທຸລະກິດໃນບໍລິເວນເຄື່ອນໄຫວຕາມຂໍ້ກໍານົດຂອງກົດໝາຍ.
ສ້າງເງື່ອນໄຂສະດວກໃຫ້ພະນັກງານ, ນັກຮົບ ແລະປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ ປະກອບສ່ວນຊຸກຍູ້ສາຍພົວພັນ, ຄວາມສະໜິດຕິດພັນທີ່ເປັນມູນເຊື້ອລະຫວ່າງສອງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າຂອງສອງເມືອງ...
ໂດຍ: ເຈິ່ນຮວ່ຽນ