ຢູ່ເມືອງ ເກີ່ນເຢີ, ບັນດາຜູ້ແທນ, ນັກສຶກສາລາວ ແລະກຳປູເຈຍ ໄດ້ເຂົ້າໄວ້ອາໄລ ແລະຖະຫວາຍທູບທຽນຢູ່ວິຫານວິລະຊົນ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ, ເຂົ້າຮ່ວມການເກັບຫອຍ, ປຸງແຕ່ງເຄື່ອງດື່ມຈາກນໍ້າຕານໝາກພ້າວ ແລະຢ້ຽມຊົມສວນໝາກລຳໄຍຂອງຄອບຄົວຊາວກະສິກອນ ອຸດຫງອັກ ຢູ່ເທດສະບານເກີ່ນແທງ; ຢ້ຽມຢາມ ແລະຮັບຟັງການອະທິບາຍແນະນຳເຂດປ່າສະຫງວນນຳເຄັມເກິ່ນເຢີ; ຢ້ຽມຢາມ ແລະພົບປະກັບພະນັກງານ, ນັກຮົບກອງທະຫານຊາຍແດນ 2 ດ້ວຍຫົວຂໍ້ “ນັກຮຽນລາວ ແລະກຳປູເຈຍ ກັບທະເລ, ໝູ່ເກາະຫວຽດນາມ”.

leftcenterrightdel
ບັນດາຜູ້ແທນ ແລະນັກສຶກສາລາວ, ກຳປູເຈຍ ຖະຫວາຍທູບທຽນຢູ່ວິຫານວິລະຊົນນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ. ພາບ: qdnd.vn

ສະຫາຍນາງ ຮິ່ງທິກິມຊ໊ວຽນ, ຮອງປະທານຜູ້ປະຈໍາການສະມາຄົມຊາວກະສິກອນນະຄອນໂຮ່ຈີມິນ ສະແດງຄວາມປາດຖະໜາວ່າ, ຜ່ານລາຍການ, ບັນດາຜູ້ແທນ ແລະນັກສຶກສາລາວ, ກຳປູເຈຍ ຈະມີຄວາມຊົງຈຳຫຼາຍຢ່າງກ່ຽວກັບຄວາມງາມທຳມະຊາດຂອງປ່ານ້ຳເຄັມທະເລ, ໝູ່ເກາະ ແລະຄວາມສະໜິດສະໜົມຂອງປະຊາຊົນເຂດເກີ່ນເຢີ ແລະນະຄອນໂຮ່ຈີມິນ ເວົ້າລວມ.

leftcenterrightdel
ນັກສຶກສາລາວ ແລະກຳປູເຈຍ ພ້ອມກັບທະຫານຊາຍແດນປູກຕົ້ນໄມ້ຢູ່ບໍລິເວນວິຫານວິລະຊົນ ນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຣຶ່ງຊາກ. ພາບ: qdnd.vn
leftcenterrightdel
ສະຫາຍນາງ ຮິ່ງທິກິມຊ໊ວຽນ ມອບທຶນການສຶກສາ 10 ທຶນໃຫ້ລູກຫຼານພະນັກງານ, ນັກຮົບກອງທະຫານຊາຍແດນ 2. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງລາຍການ ໄດ້ມອບທຶນສຶກສາ 10 ທຶນ (ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ) ໃຫ້ແກ່ລູກຫຼານພະນັກງານ, ນັກຮົບທີ່ເຮັດວຽກຢູ່ກອງທະຫານຊາຍແດນ 2, ກອງບັນຊາການທະຫານຊາຍແດນນະຄອນ ໂຮ່ຈີມິນ.

ໂດຍ: ທະນາພອນ