leftcenterrightdel
ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ຢື້ຢາມຖາມຂ່າວປະຊາຊົນລາວ ຖືກຜົນສະທ້ອນຍ້ອນພາຍຸ ຢາກີ. ພາບ: vov.vn

ໃນວັນທີ 19 – 20 ກັນຍາ, ຄະນະປະຕິບັດງານຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ພ້ອມກັບຜູ້ໃຈບຸນໃຈກຸສົນຫວຽດນາມ ແລະລາວ ໄດ້ໄປຢື້ຢາມຖາມຂ່າວ, ໜູນຊ່ວຍຊາວຫວຽດນາມ ແລະປະຊາຊົນລາວ ຖືກຜົນສະທ້ອນຍ້ອນພາຍຸຢາກີຢູ່ຫຼວງນ້ຳທາ, ຖືກນ້ຳຖ້ວມໃນວົງກວ້າງ.

ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ຮຽກຮ້ອງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ລາວ, ນັກທຸລະກິດຫວຽດນາມ, ພ້ອມກັບອົງການຜູ້ຕາງໜ້າຫວຽດນາມ ປະຈຳ ພາກເໜືອຂອງລາວ ພ້ອມກັນຮ່ວມແຮງຮ່ວມໃຈ, ໜູນຊ່ວຍ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຫວຽດນາມ ພວມດຳລົງຊີວິດ, ທຳມາຫາກິນຢູ່ລາວ ແລະປະຊາຊົນລາວ ຖືກຜົນສະທ້ອນຈາກພາຍຸກໍ່ຂຶ້ນ. ຈຳນວນເງິນແຜ່ບໍລິຈາກໄດ້ມອບໃຫ້ 500 ຄອບຄົມຢູ່ແຂວງຫຼວງນ້ຳທາ ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ, ນ້ຳຖ້ວມ, ແຕ່ລະຄອບຄົວແມ່ນ 1 ລ້ານກີບ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ