ຕຳຫຼວດເມືອງເຮືອງເຄ (ແຂວງຮ່າຕິ້ງ) ແລະກອງບັນຊາການປ້ອງກັນຄວາມສະຫງົບເມືອງນາກາຍ (ແຂວງຄໍາມ່ວນ) ຫາກໍ່ຈັດຕັ້ງກອງປະຊຸມແລກປ່ຽນ, ລົງນາມຮ່ວມມືຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນປີ 2024.

ຕາມນັ້ນແລ້ວ, ຕຳຫຼວດເມືອງເຮືອງເຄ ແລະກອງບັນຊາການປ້ອງກັນຄວາມສະຫງົບເມືອງນາກາຍ ໄດ້ສົມທົບກັນໃນວຽກງານຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ; ເພີ່ມທະວີວຽກງານຄຸ້ມຄອງເຂົ້າ-ອອກເມືອງ, ສົມທົບກັນລາດຕະເວນຢູ່ເຂດຊາຍແດນ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາຕາແສງຢູ່ຊາຍແດນ; ຕໍ່ສູ້ ແລະສະກັດກັ້ນກົນອຸບາຍ, ເລ່ຫຼ່ຽມແຊກຊຶມເຂດຊາຍແດນການເຄື່ອນໄຫວອາດຊະຍາກຳ ແລະການກະທໍາລະເມີດກົດໝາຍຢ່າງທັນການ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn

ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຮັບຮອງເອົາບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ. ໃນນັ້ນຈຸດສຸມແມ່ນສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງຄວາມສະຫງົບຂອງສອງປະເທດເພື່ອສົມທົບກັນຕ້ານ, ສະກັດກັ້ນ; ເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ສົມທົບກັນຕ້ານ, ສະກັດກັ້ນອາດຊະຍາກຳ, ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານ, ສະພາບການ ແລະບົດຮຽນປະສົບການທີ່ກ່ຽວຂ້ອງເຖິງວຽກງານຕ້ານ, ສະກັດກັ້ນອາດຊະຍາກຳເປັນປະຈໍາ; ເພີ່ມທະວີວຽກງານກວດກາ, ຄວບຄຸມຊາຍແດນ; ຄົ້ນພົບບັນຫາທີ່ກ່ຽວຂ້ອງເຖິງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢ່າງທັນການ.

ຕຳຫຼວດເມືອງເຮືອງເຄ ແລະກອງບັນຊາການປ້ອງກັນຄວາມສະຫງົບເມືອງນາກາຍ ສືບຕໍ່ຜັນຂະຫຍາຍການປະຕິບັດວຽກງານຕໍ່ສູ້ຕ້ານ, ສະກັດກັ້ນຢາເສບຕິດຢ່າງມີປະສິດທິຜົນ; ສະກັດກັ້ນ, ຕໍ່ສູຕ້ານສະພາບພົນລະເມືອງສອງຝ່າຍທີ່ລະເມີດລະບຽບການຊາຍແດນລະເມີດກົດໝາຍຢ່າງມີປະສິດທິຜົນ...

ໂດຍ: ເຈິ່ນຮວ່ຽນ