leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ຕາມຂໍ້ມູນຈາກກະຊວງການຕ່າງປະເທດ ໄດ້ຮັບຂ່າວວ່າບາງແຂວງ, ນະຄອນຂອງລາວ ພວມຖືກນໍ້າຖ້ວມ, ດິນເຈື່ອນຍ້ອນຝົນຕົກແກ່ຍາວໃນຊຸມວັນທີ່ຜ່ານມາ, ກໍ່ຄວາມເສຍຫາຍທັງຄົນ ແລະຊັບສິນ, ຫວ່າງແລ້ວນີ້ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ເຈິ່ນແທັງເໝິນ ປະທານສະແຫ່ງຊາດຫວຽດນາມ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

ໃນສານ, ການນໍາຂັ້ນສູງຫວຽດນາມ ໄດ້ສະແດງຄວາມເອົາໃຈໃສ່ຕໍ່ສະພາບຝົນຕົກ, ນ້ຳຖ້ວມ, ດິນເຈື່ອນຢູ່ລາວ ຄືໃນປະຈຸບັນ; ສົ່ງຄໍາຢື້ຢາມຖາມຂ່າວທີ່ຈິງໃຈ ແລະເລິກເຊິ່ງທີ່ສຸດມາຍັງການນໍາຂັ້ນສູງ ແລະປະຊາຊົນລາວອ້າຍນ້ອງ, ໂດຍສະເພາະແມ່ນອໍານາດການປົກຄອງທ້ອງຖິ່ນ ແລະຄອບຄົວທີ່ໄດ້ຮັບຜົນສະທ້ອນ.

ເຊື່ອໝັ້ນວ່າmພາຍໃຕ້ການນໍາພາ ແລະເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ, ປະຊາຊົນລາວອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກຄືໃນປະຈຸບັນໂດຍໄວ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ; ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ, ສະພາແຫ່ງຂາດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ ອ້າຍນ້ອງ.

ໃນວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍ່ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ.

ຍ້ອຍຜົນສະທ້ອນຂອງພາຍຸຢາກີ, ຫຼາຍທ້ອງຖິ່ນຢູ່ພາກເໜືອຂອງລາວ ຈຶ່ງຖືກນໍ້າຖ້ວມ ແລະດິນເຈື່ອນເຮັດໃຫ້ປະຊາຊົນຫຼາຍຄົນຖືກຕິດຄ້າງ, ກໍ່ຄວາມເສຍຫາຍທັງດ້ານຊັບສິນຫຼາຍພໍສົມຄວນ.

ຫຼາຍບ້ານຢູ່ແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນສະທ້ອນຈາກນໍ້າຖ້ວມນັບແຕ່ຝົນຕົກໜັກແຕ່ວັນທີ 7 ກັນຍາ. ພາຍຸໄດ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງໂຮງຮຽນ 50 ແຫ່ງພ້ອມດ້ວຍຄູອາຈານ ແລະນັກຮຽນປະມານ 6.000 ຄົນຢູ່ແຂວງນີ້.

ໂດຍ: ໄຊນີດາ