ຕອນບ່າຍວັນທີ 23 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕ້ອນຮັບຄະນະຢ່າງສະໜິດສະໜົມຕາມລຳດັບ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບອະດີດທະຫານອາສາສະໝັກ, ຊ່ຽວຊານການທະຫານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາການນໍາລາວ ໄດ້ຢັ້ງຢືນວ່າ ການຢ້ຽມຢາມລາວ ຄັ້ງນີ້ຂອງຄະນະມີຄວາມໝາຍສໍາຄັນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ. ການນໍາລາວ ຕີລາຄາສູງບັນດາອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ທີ່ໄດ້ເສຍເລືອດເນື້ອ, ຄຽງບ່າຄຽງໄລ່, ຮ່ວມແຮງຮ່ວມໃຈພ້ອມກັບທະຫານ ແລະປະຊາຊົນລາວ, ຕໍ່ສູ້ຕ້ານສັດຕູຮຸກຮານປົດປ່ອຍປະເທດຢ່າງສົມບູນ, ຍາດເອົາເອກະລາດ ມາໃຫ້ປະຊາຊົນສອງປະເທດ.

ທີ່ການຕ້ອນຮັບຄັ້ງຕ່າງໆ, ທ່ານພົນຈັດຕະວາ ຮວ່ິງດັກເຮືອງ ເນັ້ນໜັກວ່າ ການພົວພັນແບບພິເສດຫວຽດນາມ-ລາວ ໄດ້ສ້າງຂຶ້ນດ້ວຍເລືອດເນື້ອ, ເຫື່ອແຮງຂອງການນໍາ, ທະຫານ ແລະປະຊາຊົນສອງປະເທດລຸ້ນຕ່າງໆ, ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງຊາດ, ແມ່ນສາຍພົວພັນມີໜຶ່ງບໍ່ມີສອງໃນປະຫວັດສາດໂລກ. ນໍ້າໃຈສະຫາຍອ້າຍນ້ອງ, ແບ່ງທຸກແບ່ງສຸກລະຫວ່າງທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ ຕໍ່ກັບພັກ, ລັດ ແລະປະຊາຊົນລາວ ຍັງຄົງຮັກສາໄວ້ຕະຫຼອດໄປ.

ໂດຍ: ໄຊນີດາ