ໂດຍໄດ້ຮັບການມອບສິດຈາກປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ເຫຼັກໄລ ສີວິໄລ ໄດ້ປະດັບຫຼຽນໄຊເອກະລາດ ຊັ້ນ III - ລາງວັນອັນສູງສົ່ງຂອງພັກ ແລະລັດ ສປປ ລາວ ໃຫ້ແກ່ການນຳແຂວງກວ໋າງນາມ ທີ່ມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງເຂົ້າໃນການພັດທະນາການພົວພັນທາງການທູດລະຫວ່າງສອງແຂວງ.

leftcenterrightdel
ນີ້ແມ່ນລາງວັນອັນສູງສົ່ງຂອງພັກ ແລະລັດ ສປປ ລາວ ທີ່ມອບໃຫ້ບັນດາສະຫາຍການນຳແຂວງກວ໋າງນາມ. ພາບ: quangnam.gov.vn

ມີ 6 ສະຫາຍໄດ້ຮັບຫຼຽນໄຊເອກະລາດ ຊັ້ນ III ລວມມີ: ສະຫາຍ ເລວັນຢຸງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງນາມ. ບັນດາສະຫາຍ ເຈິ່ນຊວນວີງ ແລະສະຫາຍ ຫງວຽນກົງແທັງ ຮອງປະທານສະພາປະຊາຊົນແຂວງກວ໋າງນາມ. ບັນດາສະຫາຍ ໂຮ່ກວາງບຶ໋ວ ແລະເຈິ່ນແອັງຕວ໊ນ ຮອງປະທານຄະນະກຳມະການປະຊາຊົນແຂວງກວ໋າງນາມ. ສະຫາຍ ຫວໍຊວນກາ ຫົວໜ້າຄະນະໂຄສະນາສຶກສາພັກແຂວງ.

ສະຫາຍ ເຫຼັກໄລ ສີວິໄລ ປາດຖະໜາຢາກສືບຕໍ່ໄດ້ຮັບຄວາມຮັກແພງ ແລະການປະກອບສ່ວນ, ການໜູນຊ່ວຍຈາກບັນດາສະຫາຍການນຳແຂວງກວ໋າງນາມ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ, ສອງປະເທດກວ່າອີກ.

ຕາງໜ້າການນຳແຂວງກວ໋າງນາມ, ສະຫາຍ ເລວັນຢຸງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບລາງວັນອັນສູງສົ່ງຈາກພັກ ແລະລັດ ສປປ ລາວ. ພ້ອມທັງສົ່ງຄຳຂອບໃຈຢ່າງເລິກເຊິ່ງເຖິງພັກ, ລັດ ແລະປະຊາຊົນລາວ; ຄວາມຮັບຮູ້,  ອາລົມຈິດອັນດີງາມທີ່ພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແຂວງກວ໋າງນາມ, ສະຫາຍ ເລວັນຢຸງ ເນັ້ນໜັກວ່າ: “ສອງແຂວງເຊກອງ-ກວ໋າງນາມ ຄວນເອົາໃຈໃສ່ ແລະໜູນຊ່ວຍເຊິ່ງກັນ ແລະກັນໃນທຸກດ້ານ ເພື່ອພ້ອມກັນພັດທະນາ”.

ໂດຍ: ເຈິ່ນຮວ່ຽນ