ກ່າວຄຳເຫັນທີ່ການພົບປະ, ການນຳພະແນກສາທາລະນະສຸກແຂວງບັກຢາງ ຫວັງວ່າ ຄະນະຊ່ຽວຊານຈະແຜ່ຂະຫຍາຍພາບພົດອັນດີງາມກ່ຽວກັບວັດທະນະທຳ ແລະປະຊາຊົນຫວຽດນາມເວົ້າລວມ ແລະພາບພົດຂອງຊາວບັກຢາງ ເວົ້າສະເພາະ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ລາວ.

ຕາງໜ້າໃຫ້ຄະນະຊ່ຽວຊານ, ອ້າຍ ຫງວຽນວັນກວຽດ, ຫົວໜ້າກຸ່ມຊ່ຽວຊານ ໄດ້ສະແດງຄວາມຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຜີຍແຜ່ຮູບພາບອັນດີງາມຂອງຊາວຫວຽດນາມ ເວົ້າລວມ ແລະຊາວບັກຢາງເວົ້າສະເພາະ.

leftcenterrightdel
ການນຳພະແນກສາທາລະນະສຸກ ແລະພະແນກການຕ່າງປະເທດແຂວງບັກຢາງ ມອບດອກໄມ້ລະດົມກຳລັງໃຈຊ່ຽວຊານການແພດ 3 ຄົນ ທີ່ໄປໜູນຊ່ວຍໂຮງໝໍແຂວງໄຊສົມບູນ (ປະເທດລາວ). ພາບ: syt.bacgiang.gov.vn

ໂດຍໄດ້ຮູ້ວ່າ, ກ່ອນໜ້ານັ້ນ, ທາງແຂວງບັກຢາງ ໄດ້ໜູນຊ່ວຍອຸປະກອນຜ່າຕັດ 21 ຊຸດ ໃຫ້ແກ່ໂຮງໝໍຈໍານວນໜຶ່ງ ຂອງແຂວງໄຊສົມບູນ. ພະແນກສາທາລະນະສຸກແຂວງບັກຢາງ ໄດ້ຮັບເອົາພະນັກງານການແພດຈາກແຂວງໄຊສົມບູນ ຈຳນວນ 3 ຄົນ ໄປຝຶກອົບຮົມຍົກລະດັບວິຊາການກວດ ແລະ ປິ່ນປົວພະຍາດໃນຂະແໜງ: ຂະແໜງພາຍໃນ, ວາງຢາສະຫຼົບ-ຟື້ນຟູຊີບ ແລະ ຂະແໜງເດັກສັງລວມ.

ຄາດວ່າໃນໄລຍະຈະມາເຖິງ, ພະແນກສາທາລະນະສຸກແຂວງບັກຢາງ ຈະຈັດການບໍາລຸງສ້າງ, ຖ່າຍທອດເຕັກນິກໃຫ້ແກ່ພະນັກງານການແພດ 5 ຄົນ ຂອງແຂວງໄຊສົມບູນ ໃນຂົງເຂດຄື: ຂະແໜງພາຍນອກ; ພະຍາບານອຸປະກອນຫ້ອງຜ່າຕັດ; ກ້ອງສ່ອງລະລາຍ; ການຄຸ້ມຄອງຢາ, ວັດຖຸອຸປະກອນການແພດ; ຜະດຸງຄັນ.

ໂດຍ: ທູຈາງ