leftcenterrightdel
ມອບສັນຍາລັກເງິນຊ່ວຍເຫຼືອ 500 ລ້ານກີບໃຫ້ອໍານາດການປົກຄອງແຂວງຫຼວງນໍ້າທາ. ພາບ: dangcongsan.vn

ບໍ່ພຽງແຕ່ການບໍລິຈາກ, ສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາຍໃນປະເທດກໍ່ຄືປະຊາຊົນລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ໄດ້ສ້າງຕັ້ງຄະນະປະຕິບັດງານໄປຍັງແຂວງຫຼວງນໍ້າທາ ເຊິ່ງແມ່ນທ້ອງຖິ່ນທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຢູ່ພາກເໜືອຂອງລາວ ເພື່ອມອບຂອງຂວັນທີ່ມີຄວາມໝາຍໃຫ້ປະຊາຊົນທີ່ຮັບຜົນສະທ້ອນ.

ແຕ່ຮຸ່ງເຊົ້າຂອງວັນທີ 19 ກັນຍາ, ບັນດາພະສົງ, ສຳມະເນນ, ແມ່ຂາວ ແລະພຸດທະສາສະນິກະຊົນວັດເຝິດຕິກ ນະຄອນຫຼວງວຽງຈັນ ແລະວັດໂສກປາຫຼວງຢູ່ນະຄອນຫຼວງວຽງຈັນ ໄດ້ກຽມພ້ອມອອກເດີນທາງ “ສົ່ງນໍ້າໃຈ” ຂອງຜູ້ມີຈິດໃຈເຫຼື້ອມໃສສັດທາ, ຜູ້ໃຈບຸນໃຈກຸສົນໄປໃຫ້ປະຊາຊົນແຂວງຫຼວງນໍ້າທາ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ.

ໃນການເດີນທາງແບ່ງປັນຄວາມຮັກແພງຄັ້ງນີ້ຍັງມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ ແລະປະຊາຄົມ, ວິສາຫະກິດ, ອົງການອ້ອມຂ້າງສະຖານກົງສູນໃຫຍ່ ແລະຜູ້ໃຈບຸນໃຈກຸສົນ.

ພາຍຫຼັງປະມານເຄິ່ງມື້ທີ່ອອກຈາກນະຄອນຫຼວງວຽງຈັນ ໄປຍັງແຂວງຫຼວງນໍ້າທາ (ພາກເໜືອລາວ), ບັນດາຮູບພາບແຫ່ງການໄວ້ທຸກພາຍຫຼັງພາຍຸໄດ້ເຮັດໃຫ້ຄະນະປະຕິບັດງານກູ້ຊ່ວຍຂອງຫວຽດນາມ ມີຄວາມສະເທືອນໃຈທີ່ສຸດ.

ພາຍຸພັດມາໄວໂພດ, ເຄື່ອງຂອງ ແລະເຄື່ອງໃຊ້ທີ່ຈໍາເປັນຂອງປະຊາຊົນຢູ່ແຫ່ງນີ້ຖືກນ້ຳພັດໄຫຼ່ໄປເກືອບໝົດ.

ດ້ວຍນໍ້າໃຈຮັກແພງຂອງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ລາວ ແລະຍາມໃດກໍ່ຖືລາວ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ, ຄະນະປະຕິບັດງານໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວ ແລະໃຫ້ກຳລັງໃຈໂດຍກົງເພື່ອໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ.

leftcenterrightdel
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມອບເງິນ ແລະມອບຂອງຂວັນໃຫ້ຄອບຄົວທີ່ຖືກເສຍຫາຍ. ພາບ: dangcongsan.vn

ຄະນະປະຕິບັດງານໄດ້ໜູນຊ່ວຍ 500 ຄອບຄົວ, ຄອບຄົວລະ 1 ລ້ານກີບພ້ອມດ້ວຍໂສ້ງເສື້ອ, ຊ່ວຍໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງເພື່ອເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິ.

ຕາງໜ້າການນໍາແຂວງຫຼວງນໍ້າທາ, ທ່ານ ຈັນທອງ ໄດ້ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ກໍ່ຄືສະຖານກົງສູນໃຫຍ່ ປະຈໍາ ແຂວງຫຼວງພະບາງ ທີ່ໄດ້ນຳເອົາອາລົມຈິດຄວາມຮັກແພງ, ວັດຖຸສິ່ງຂອງເຄື່ອງໃຊ້ມາຊ່ວຍເຫຼືອປະຊາຊົນແຂວງຫຼວງນໍ້າທາ ຢູ່ເຂດທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງໃນຄັ້ງນີ້.

ທ່ານ ເນັ້ນໜັກວ່າ ບັນດາອາລົມຈິດຄວາມຮັກແພງ, ນັບທັງວັດຖຸ ແລະຈິດໃຈຂອງຄະນະປະຕິບັດງານບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈສາມັກຄີ, ຮັກແພງກັນ ແລະຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ເທ່ົານັ້ນຫາກຍັງປະກອບສ່ວນຊ່ວຍໃຫ້ປະຊາຊົນຂອງແຂວງຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດໃຫ້ ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.

ມາຮອດຈຸດເວລາໃນປະຈຸບັນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງພາຍຸອໍານາດການປົກຄອງທ້ອງຖິ່ນທຸກຂັ້ນຂອງແຂວງຫຼວງນໍ້າທາ ຍັງກຳລັງດໍາເນີນຢ່າງຮີບດ່ວນຄືຊ່ວຍປະຊົນທຳຄວາມສະອາດ, ເຮັດອະນາໄມເຮືອນຊານບ້ານຊ່ອງ, ໜູນຊ່ວຍດ້ານ ສະບຽງອາຫານ,  ນໍ້າດື່ມ ແລະໂສ້ງເສື້ອ, ພ້ອມທັງເກັບກຳຂໍ້ມູນເສຍຫາຍຢ່າງລະອຽດເພື່ອມີວິທີການໜູນຊ່ວຍປະຊາຊົນ.

ພາຍຸພັດມາແລ້ວກໍ່ຫາຍໄປ, ທຸກຄວາມຫຍຸ້ງຍາກສິ່ງທ້າທາຍຂອງໄພທໍາມະຊາດຫຼັງຈາກນັ້ນແລ້ວກໍ່ຜ່ານໄປ, ແຕ່ນ້ຳໃຈຄວາມຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ນ້ຳໃຈແບ່ງທຸກແບ່ງສຸກໃນຫົວໃຈແຕ່ລະດວງຂອງຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ລາວ ຍາມໃດກໍ່ປະກາຍແສງສະຫວ່າງ.

ນັ້ນແມ່ນສິ່ງທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ຍັງກໍ່ສ້າງ, ເພີ່ມພູນຄູນສ້າງໃນຕະຫຼອດຫຼາຍທົດສະວັດຢ່າງບໍ່ຢຸດຢັ້ງ, ນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ຍືນຍົງຄົງຕົວໄປກັບການເວລາ.

ໂດຍ: ໄຊນີດາ