ໂດຍຕອບສະໜອງວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບ ກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະຄະນະປະສານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈຳລາວ ຈັດຕັ້ງພິທີເຊີດຊູພາສາຫວຽດ ຢູ່ລາວ ຂຶ້ນໃນປີ 2024. ນີ້ແມ່ນບັນດາເຫດການສຳຄັນເພື່ອໃຫ້ວັນເຊີດຊູພາສາຫວຽດ ປະຈຳປີເປັນຂີດໝາຍສຳຄັນໃນຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາວ ຫວຽດນາມ ຢູ່ລາວ. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງລູກຫຼານຊາວຫວຽດນາມ ທີ່ພວມອາໄສ ແລະເຮັດວຽກຢູ່ ລາວ ເປັນຈຳນວນຫຼວງຫຼາຍ ກໍ່ຄືບັນດາຜູ້ເຂົ້າຮ່ວມການສອບເສັງຊາວລາວ.

leftcenterrightdel
ອາຈານ ລັນນີ ເພັດນີອອນ, ຄູອາຈານສອນພາສາຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ເຫດການ, ອາຈານ ລັນນີ ເພັດນີອອນ, ຄູສອນພາສາຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ທູດພາສາຫວຽດ ປະຈຳປີ 2024 ໄດ້ແບ່ງປັນຂັ້ນຕອນການຮຽນພາສາຫວຽດ ນັບແຕ່ຮຽນຈົບມັດທະຍົມຕອນປາຍ ເມື່ອຮຽນພາສາຫວຽດ ໂດຍເລີ່ມຈາກ “ສູນ” ຢູ່ມະຫາວິທະຍາໄລແຫ່ງຊາດ. ຫວ່າງແລ້ວນີ້, ອາຈານ ລັນນີ ສາມາດເອົາຊະນະຜູ້ເຂົ້າຮ່ວມສອບເສັງເກືອບ 100 ຄົນໃນທົ່ວໂລກ ກາຍເປັນຄົນຕ່າງປະເທດຜູ້ທຳອິດ ໃນບັນຊີລາຍຊື່ຜູ້ຊະນະຊິງລາງວັນທູດພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນປີ 2024. ເມື່ອແບ່ງປັນກັບນັກຂ່າວ, ທູດພາສາຫວຽດ ປະຈຳລາວ ໃນປີ 2024 ກ່າວວ່າ ຕົນເອງມີຄວາມເຂົ້າໃຈເປັນຢ່າງດີວ່າ ລາວ ແລະຫວຽດນາມ ແມ່ນສອງປະເທດທີ່ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສະນັ້ນ ຍາມໃດລາວ ກໍ່ຖືຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເປັນສຳຄັນ, ພິເສດແມ່ນພາສາຫວຽດ. ເມື່ອໄດ້ຮູ້ວ່າ ລາວ ໄດ້ແມ່ນໜຶ່ງໃນທູດພາສາ ຫວຽດ 5 ຄົນ, ລາວກໍ່ຮູ້ສຶກດີໃຈ, ເປັນກຽດ ແລະພາກພູມໃຈທີ່ສຸດ.

leftcenterrightdel
ນາງ ຈິວັນ ບຸນເຮືອງ, ນັກຮຽນຊັ້ນ ມໍ1 ຢູ່ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ນາງ ຈິວັນ ບຸນເຮືອງ, ນັກຮຽນຊັ້ນ ມໍ1 ຢູ່ ໂຮງຮຽນສອງພາສາລາວ-ຫວຽດນາມ ຫວຽນຢູ, ໃຫ້ຮູ້ວ່າ: ນາງ ກໍ່ປາດຖະໜາຢາກເປັນທູດພາສາຫວຽດ ຄືດັ່ງອາຈານ ລັນນີ ເພັດນີອອນ ເພື່ອແຜ່ຂະຫຍາຍພາສາຫວຽດ, ປະຫວັດສາດຫວຽດນາມ, ວັດທະນະທຳຫວຽດນາມ ແລະໂດຍສະເພາະແມ່ນ ສີສັນ ແລະຄວາມໝາຍຂອງທຸງ​ແດງ​ດາວ​ເຫຼືອງ​ຂອງ​ຫວຽດ​ນາມ​ໃຫ້​ທຸກ​ຄົນ.

leftcenterrightdel
ນາງ ກີລິພັນ ເກດຕະວົງສາ ນັກສຶກສາລາວປີທີ 4, ພາກວິຊາພາສາຫວຽດ, ມະຫາວິທະຍາໄລແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສຳລັບນາງ ຄີລີພັນ ເກດຕະວົງສາ ນັກສຶກສາລາວປີທີ 4, ພາກວິຊາພາສາຫວຽດ, ມະຫາວິທະຍາໄລແຫ່ງຊາດລາວ ແລ້ວ, ເຖິງວ່າຈະເສຍໃຈ ເລັກນ້ອຍ ເພາະບໍ່ແມ່ນຜູ້ທີ່ຜ່ານເຂົ້າຮອບຊິງຊະນະເລີດການເສັງ “ຕີລະຄັງຄຳ” ແຕ່ນາງ ຄີລິພັນ ກໍ່ຮູ້ສຶກດີໃຈທີ່ໄດ້ເຂົ້າຮ່ວມການເສັງໃນວັນເຊີດຊູພາສາຫວຽດ ຢູ່ລາວ ໃນປີນີ້.  ນາງ ຄີລິພັນ ໄດ້ກ່າວວ່າ ຜ່ານການເຂົ້າຮ່ວມການສອບເສັງຄັ້ງນີ້ ຕົນເອງກໍ່ມີຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ, ພູມສາດ... ຂອງຫວຽດນາມ ຕື່ມອີກ. ໃນອະນາຄົດ, ລາວເອງກໍ່ປາດຖະໜາຢາກກາຍເປັນຄູສອນພາສາຫວຽດ ເພື່ອແບ່ງປັນ ແລະເຜີຍແຜ່ຄວາມຮູ້ໃຫ້ບັນດາລູກຫຼານໃນອະນາຄົດ, ເພາະວ່າ ລາວ - ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ ແລະນາງ ຄີລິພັນ ກໍ່ປາດຖະໜາຢາກເຮັດສິ່ງດັ່ງກ່າວ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟານມິງຈ້ຽນ ອຸປະທູດຊົ່ວຄາວສະຖານທູດຫວຽດນາມ ປະຈຳລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟານມິງຈ້ຽນ, ອຸປະທູດຊົ່ວຄາວສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ພິທີເຊີດຊູພາສາຫວຽດ ຢູ່ລາວ ປີ 2024 ແມ່ນເພື່ອ ແນໃສ່ ເຊີດຊູຄວາມສວຍງາມ, ຄຸນຄ່າຂອງພາສາຫວຽດ, ຊ່ວຍເຜີຍແຜ່ນ້ຳໃຈຮັກພາສາຫວຽດ, ສ້າງກຳລັງໜູນ, ຊຸກຍູ້ການຮຽນ-ການສອນພາສາ ຫວຽດ, ສ້າງແຮງບັນດານໃຈໃນການຮັກພາສາຫວຽດ ໃນປະຊາຄົມ ແລະເພື່ອນມິດສາກົນ, ປະກອບສ່ວນຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດ.

ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ສົມທົບ, ຮ່ວມເດີນທາງພ້ອມກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເພື່ອຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວ, ຂະບວນການຕອບສະໜອງວັນເຊີດຊູພາສາຫວຽດ, ເພື່ອຊຸກຍູ້ ແລະເຜີຍແຜ່ການເຄື່ອນໄຫວການຮຽນ-ການສອນພາສາຫວຽດ, ຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃນການຮັກສາ, ເຊີດຊູ ແລະແຜ່ຂະຫຍາຍພາສາຫວຽດ, ປະກອບສ່ວນສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນປົກກະຕິ, ສາມັກຄີ, ໝັ້ນຄົງເຂັ້ມແຂງ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະພິເສດແມ່ນຍາມໃດກໍ່ອວ່າຍໜ້າໄປຫາບ້ານເກີດເມືອງນອນ ແລະບໍ່ລືມກົກເຄົ້າເຫງົ້າກໍຂອງຕົນ.

ໂດຍ: ທະນາພອນ