ທີ່ການມອບຮັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ, ບັນດາອົງການຄຽງຂ້າງສະຖານທູດ, ບັນດາວິສາຫະກິດຫວຽດນາມ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ລະດົມກໍາລັງໃຈ, ໜູນຊ່ວຍຢ່າງທັນການ, ເຖິງວ່າຫວຽດນາມ ກໍ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸຢາກີເຊັ່ນດຽວກັນກໍ່ຕາມ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢືນຢັນວ່າ ຈະໂອນເງິນທີ່ໄດ້ຮັບໃນຄັ້ງນີ້ໄປໃຫ້ປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກພາຍຸນ້ຳຖ້ວມຢູ່ຫຼາຍທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ; ພ້ອມທັງມອບໃຫ້ສະມາຄົມມິດຕະພາບລາວ-ຫວຽດນາມ ສືບຕໍ່ຂົນຂວາຍ, ຮຽກຮ້ອງການສະໜັບສະໜູນຊ່ວຍເຫຼືອປະຊາຊົນລາວ ແລະຫວຽດນາມ.

leftcenterrightdel
ຜູ້ຕາງໜ້າສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມອບເງິນສະໜັບສະໜູນລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານອຸປະທູດຊົ່ວຄາວ ຟານມິງຈ໊ຽນ ໄດ້ແບ່ງປັນຄວາມເຫັນອົກເຫັນໃຈມາຍັງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ເປັນຕົ້ນແມ່ນອຳນາດການປົກຄອງບັນດາທ້ອງຖິ່ນ ແລະຄອບຄົວຜູ້ປະສົບເຄາະຮ້າຍທີ່ໄດ້ຮັບຜົນສະທ້ອນຈາກໄພທໍາມະຊາດທີ່ຜ່ານມາ. ພ້ອມທັງເຊື່ອໝັ້ນວ່າ, ພາຍໃຕ້ການນຳພາ ແລະຄວາມເອົາໃຈໃສ່ຂອງພັກ ແລະລັດຖະບານລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດປະສົບໄພທໍາມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຕໍ່ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ຕາງໜ້າສະຖານທູດຫວຽດນາມ ປະຈຳ ລາວ, ບັນດາອົງການໃກ້ຄຽງສະຖານທູດ ປະຈຳ ລາວ, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ, ທ່ານ ຟານມິງຈ໊ຽນ ໄດ້ມອບເງິນຈໍານວນ 300 ລ້ານກີບ (13.580 ໂດລາສະຫະລັດ) ໃຫ້ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ແນໃສ່ປະກອບສ່ວນໜູນຊ່ວຍປະຊາຊົນລາວ ຢູ່ເຂດປະສົບໄພທໍາມະຊາດຟື້ນຟູການຜະລິດ ແລະສ້າງຊີວິດໃຫ້ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.

ໂດຍ: ເຈິ່ນຮວ່ຽນ