ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ຕອນບ່າຍວັນທີ 17 ກັນຍາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຈິ່ນສີແທັງ ໄດ້ມີການພົບປະ ແລະເຮັດວຽກກັບທ່ານເລຂາຄະນະພັກນະຄອນວຽງຈັນ ອະນຸພາບ ຕຸລາລົມ ແລະເຈົ້າຄອງນະຄອນຫຼວງ ວຽງຈັນ ອາດສະພັງທອງ ສີພັນດອນ. ນະທີ່ນີ້, ສອງຝ່າຍໄດ້ຕີລາຄາຄືນໝາກຜົນການຮ່ວມມືລະຫວ່າງສອງທ້ອງຖິ່ນໃນໄລຍະຜ່ານມາບົນພື້ນຖານປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະພັກ, ອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍ ແລະກັບຄະນະພັກ, ອຳນາດການປົກຄອງນະຄອນຫຼວງ ວຽງຈັນ ໄລຍະ 2022 – 2025. ສອງຝ່າຍຢັ້ງຢືນວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງສອງນະຄອນຫຼວງຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາໝາກຜົນຢ່າງຮອບດ້ານ.

leftcenterrightdel
ການເຮັດວຽກລະຫວ່າງສອງນະຄອນ. ພາບ: Vov.vn

ກ່ຽວກັບທິດທາງການຮ່ວມມືລະຫວ່າງສອງນະຄອນໃນໄລຍະຈະມາເຖິງສອງຝ່າຍຢັ້ງຢືນວ່າ ຈະເອົາໃຈໃສ່ເປັນພິເສດຕໍ່ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງກົນໄກຮ່ວມມືຢ່າງເປັນເຈົ້າການ ແລະເປີດກວ້າງສຳລັບບັນດາອົງການວິຊາການ, ວິສາຫະກິດ ແລະປະຊາຊົນສອງທ້ອງຖິ່ນ. ດ້ວຍບົດບາດເປັນນະຄອນຫຼວງ, ຮ່າໂນ້ຍ ພ້ອມກັບນະຄອນຫຼວງວຽງຈັນ ສືບຕໍ່ເປັນແບບຢ່າງ, ນຳໜ້າໃນການເຄື່ອນໄຫວຮ່ວມມືຂັ້ນທ້ອງຖິ່ນ, ໃຫ້ສົມກັບການພົວພັນແບບພິເສດ ຫວຽດນາມ - ລາວ.

ແຫຼ່ງຄັດຈາກ: vovworld.vn