leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: baochinhphu.vn

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາອົງການຂອງສະພາແຫ່ງຊາດ ແລະລັດຖະບານ, ສະມາຊິກສະພາແຫ່ງຊາດສອງປະເທດ ໄດ້ສຸມໃສ່ໄຈ້ແຍກ, ປຶກສາຫາລື, ແບ່ງປັນບົດຮຽນປະສົບການໃນການສ້າງນະໂຍບາຍ, ກົດໝາຍກ່ຽວກັບການດຶງດູດ, ຄຸ້ມຄອງການລົງທຶນຕ່າງປະເທດ; ແລກປ່ຽນບົດຮຽນປະສົບການກ່ຽວກັບນະໂຍບາຍພັດທະນາເສດຖະກິດລວມໝູ່ຢູ່ຫວຽດນາມ, ໃນນັ້ນມີນະໂຍບາຍພັດທະນາສະຫະກອນກະສິກໍາຕິດພັນກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ; ແບ່ງປັນບົດຮຽນຂອງຫວຽດນາມ ໃນວິວັດການສ້າງ ແລະຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ-ສັງຄົມເຂດພໍ່ແມ່ຊາວເຜົ່າສ່ວນໜ້ອຍ ແລະເຂດພູດອຍ ໄລຍະ 2021-2030; ບົດບາດຂອງການສິນເຊື່ອນະໂຍບາຍສັງຄົມໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ.

leftcenterrightdel
ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: baochinhphu.vn

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ຂໍ້ມູນ ແລະບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼືສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່: “ສະພາແຫ່ງຊາດຫວຽດນາມ ຈະສົມທົບກັບສະພາແຫ່ງຊາດລາວ ຢ່າງແໜ້ນແຟ້ນກວ່າອີກ, ສືບຕໍ່ສືບທອດ ແລະເສີມຂະຫຍາຍບັນດາບົດຮຽນ, ປະສົບການ, ໝາກຜົນການຮ່ວມມື, ຕັ້ງໜ້າປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງແຕ່ລະປະເທດ, ຂອງພາກພື້ນ ແລະໃນໂລກ”.

ໂດຍ: ທູຈາງ