leftcenterrightdel
ຄະນະຜູ້ແທນແຂວງເທື່ອທຽນເຫວ້ ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ແລະຕີລາຄາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງພັກ, ກໍ່ສ້າງອໍານາດການປົກຄອງຂອງສອງແຂວງ; ຕີລາຄາສະພາບການຜັນຂະຫຍາຍຂໍ້ຕົກລົງຮ່ວມມືກາງສະໄໝ ໄລຍະ 2022-2026 ລະຫວ່າງສອງແຂວງ.

ທ່ານ ເລເຈື່ອງລືວ ເລຂາພັກແຂວງເທື່ອທຽນເຫວ້ ແຈ້ງໃຫ້ຊາບວ່າ ໃນ 8 ເດືອນປີ 2024, ສະພາບການເສດຖະກິດ-ສັງຄົມຂອງແຂວງມີບາດກ້າວພັດທະນາ; ລະດັບເຕີບໂຕ GRDP ບັນລຸ 6,01%; ລວມຍອດເງິນລົງທຶນທົ່ວສັງຄົມບັນລຸກວ່າ 14.100 ຕື້ດົ່ງ; ລາຍຮັບງົບປະມານບັນລຸກວ່າ 6.000 ຕື້ດົ່ງ. ຂົງເຂດວັດທະນະທໍາ, ສັງຄົມ, ສາທາລະນະສຸກ, ການສຶກສາ, ວິທະຍະສາດ-ເຕັກໂນໂລຢີ ບັນລຸໝາກຜົນພົ້ນເດັ່ນຫຼາຍຢ່າງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມໄດ້ຮັກສາໄວ້ຢ່າງໝັ້ນຄົງ. ວຽກງານກໍ່ສ້າງພັກ ແລະກໍ່ສ້າງລະບົບການເມືອງ ມີການຫັນປ່ຽນຢ່າງຕັ້ງໜ້າຫຼາຍຢ່າງ. ພິເສດການພົວພັນລະຫວ່າງແຂວງເທື່ອທຽນເຫວ້ ກັບບັນດາທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງສະຫວັນນະເຂດສືບຕໍ່ໄດ້ການເພີ່ມທະວີ ແລະພັດທະນາອັນດີງາມ, ນັບມື້ນັບສະໜິດຕິດພັນ, ໄວ້້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງ.

ທ່ານ  ເລເຈື່ອງລືວ ສະເໜີໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ຜັນຂະຫຍາຍເນື້ອໃນຂໍ້ຕົກລົງການຮ່ວມມືໄລຍະ 2022-2026 ຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືດ້ານການເມືອງ, ການທູດ, ຍົກສູງປະສິດທິຜົນການພົວພັນຮ່ວມມືໃນທຸກຂົງເຂດ, ພິເສດແມ່ນການທ່ອງທ່ຽວ, ການຄ້າ, ການລົງທຶນ. ສອງຝ່າຍຂຸດຄົ້ນປະສິດທິຜົນແລວເສດຖະກິດຕາເວັນອອກ-ຕາເວັນຕົກໄທ-ລາວ-ຫວຽດນາມ...

leftcenterrightdel
ຄະນະຜູ້ແທນແຂວງສະຫວັນນະເຂດ ທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ບຸນໂຈມ ອຸບົນປະເສີດ ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງໝາກຜົນແຫ່ງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ທ້ອງຖິ່ນ ກໍ່ຄືການໜູນຊ່ວຍຫຼາຍດ້ານຂອງແຂວງເທື່ອທຽນເຫວ້ ໃຫ້ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ. ທ່ານຍັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງທ້ອງຖິ່ນສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ.

ແຂວງເທື່ອທຽນເຫວ້ ໜູນຊ່ວຍການພັດທະນາການຜະລິດກະສິກຳ ແລະຊົນນະບົດ; ຮຽກຮ້ອງໃຫ້ວິສາຫະກິດໃນຂົງເຂດກະສິກຳໄປລົງທຶນຢູ່ແຂວງສະຫວັນນະເຂດ; ເພີ່ມທະວີການເຊື່ອມໂຍງເພື່ອພັດທະນາການທ່ອງທ່ຽວ. ແຂວງສະຫວັນນະເຂດ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ຄົນງານຫວຽດນາມ, ໃນນັ້ນມີ ເທື່ອກທຽນເຫວ້ ໄປທໍາມາຫາກິນຢູ່ທ້ອງຖິ່ນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະຜ່ານມາ, ບົນພື້ນຖານຂໍ້ຕົກລົງການຮ່ວມມື ໄລຍະ 2022-2026 ທີ່ໄດ້ລົງນາມເມື່ອເດືອນ ທັນວາ 2022, ການນໍາສອງແຂວງໄດ້ເພີ່ມທະວີວຽກງານຊີ້ນໍາ, ນໍາພາ, ກໍານົດທິດທາງ ແລະມອບໜ້າທີ່ໃຫ້ອົງການທີ່ກ່ຽວຂ້ອງຂອງສອງແຂວງຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາເນື້ອໃນ, ລາຍການຂອງຂໍ້ຕົກລົງຮ່ວມມືໃຫ້ມີປະສິດທິຜົນ, ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງແຂວງນັບມື້ນັບເຂົ້າສູ່ລວງເລິກ, ເນື້ອແທ້ ແລະບັນລຸໝາກຜົນໃນທຸກຂົງເຂດ.

ການຮ່ວມມືໃນຂົງເຂດການສຶກສາ ແລະບໍາລຸງກໍ່ສ້າງຊັບພະຍາກອນ, ວັດທະນະທໍາ, ສາທາລະນະສຸກມີຄວາມຄືບໜ້າຫຼາຍຢ່າງ, ປະກອບສ່ວນສໍາຄັນໃນເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງສອງທ້ອງຖິ່ນ.

ໂດຍ: ໄຊນີດາ