ເນື່ອງໃນໂອກາດວັນຊາດວຽນມາໃນແຕ່ລະປີ, ຊາວຫວຽດນາມ ທີ່ພວມອາໄສ, ຮ່ຳຮຽນ ແລະເຮັດວຽກຢູ່ ລາວ ລ້ວນແຕ່ມີຄວາມສຸກ, ເອກອ້າງທະນົງໃຈ ແລະຮັກບ້ານເກີດເມືອງນອນຕື່ມອີກຕໍ່ບັນດາຜົນງານທີ່ພົ້ນເດັ່ນ ກໍ່ຄືການປ່ຽນແປງໃໝ່ຂອງຫວຽດນາມ ທີ່ເຂັ້ມແຂງແຮງກ້າ ແລະເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ອາຈານ ຫງວຽນທິລານຈີ, ຮອງຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງກວ່າ 10 ປີທີ່ດຳລົງຊີວິດ ແລະເຮັດວຽກຢູ່ ລາວ, ອາຈານ ຫງວຽນທິລານຈີ, ຮອງຜູ້ອໍານວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຍາມໃດກໍ່ຮູ້ສຶກຕື້ນຕັນໃຈ ແລະເອກອ້າງທະນົງໃຈ ເມື່ອວັນຊາດທີ 2 ກັນຍາວຽນມາໃນແຕ່ລະປີ. ອາຈານ ຈີ ໄດ້ແບ່ງປັນວ່າ ໃນທຸກໆຄັ້ງທີ່ກັບຄືນປະເທດຫວຽດນາມ, ລາວໄດ້ເຫັນການປ່ຽນແປງຂອງປະເທດຊາດ, ຫຼາຍເທື່ອເມື່ອໄປໃກ້ຊິຮອດບ້ານ, ລາວຄິດວ່າ ຫຼົງທາງຍ້ອນບ້ານເກີດເມືອງນອນມີການປ່ຽນແປງຫຼາຍຢ່າງ. ເຮືອນທີ່ສວຍງາມ, ກວ້າງຂວາງໄດ້ປຸກສ້າງຂຶ້ນ,  ແຄມທາງກໍ່ມີຕົ້ນໄມ້ຂຽວສົດງົດງາມ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານເກີດເມືອງນອນມີການປ່ຽນແປງທີ່ດີຂຶ້ນໃນແຕ່ລະມື້.

ອາຈານ ຫງວຽນທິລານຈີ ໃຫ້ຮູ້ວ່າ: ພາຍຫຼັງ 79 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ໄດ້ຫັນປ່ຽນຈາກພື້ນຖານເສດຖະກິດແຜນການແບບລວມສູນໄປເປັນກົນໄກຕະຫຼາດ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະທັນສະໄໝ. ຫວຽດນາມ ໄດ້ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ເພື່ອກາຍເປັນປະເທດທີ່ມີພື້ນຖານເສດຖະກິດເຕີບໂຕທັງທາງດ້ານຂະໜາດ ແລະຄຸນນະພາບ; ຈາກປະເທດປິດປະຕູດ້ວຍທີ່ຕັ້ງດ້ານເສດຖະກິດ - ການເມືອງຕ່ຳ, ຫວຽດນາມ ໄດ້ເປີດປະຕູ ແລະມີການພົວພັນຢ່າງກວ້າງຂວາງກັບປະຊາຄົມສາກົນ, ຕັ້ງໜ້າເຂົ້າຮ່ວມຊີວິດເສດຖະກິດ - ການເມືອງຂອງພາກພື້ນ ແລະໃນໂລກ.

ອາຈານ ຫງວຽນທິລານຈີ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນຊຸມປີມໍ່ໆມານີ້, ອິດທິພົນຊື່ສຽງ ແລະຖານະບົດບາດ, ທີ່ຕັ້ງຂອງພັກກອມມູນິດຫວຽດນາມ ໄດ້ຮັບການຢືນຢັນ ແລະຍົກຂຶ້ນສູ່ລະດັບສູງໃໝ່. ຕາມອາຈານ ຫງວຽນທິລານຈີ ແລ້ວ, ໃນຊຸມປີຜ່ານມາ, ພັກ ແລະລັດ ຫວຽດນາມ ໄດ້ມີບັນດານະໂຍບາຍທີ່ເໝາະສົມ, ຖືກຕ້ອງ ແລະສະເໝີຕົ້ນສະເໝີປາຍກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
ທ່ານ ຮວ່າງວັນກວນ ຮອງປະທານສະມາຄົມວິສາຫະກິດຫວຽດນາມ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຮວ່າງວັນກວນ, ຮອງປະທານສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວ ໃຫ້ຮູ້ວ່າ: ຕົນເອງໄດ້ກຳເນີດ ແລະເຕີບໃຫຍ່ໃນສະໄໝທີ່ປະເທດຊາດຫາກໍ່ໄດ້ຮັບການທ້ອນໂຮມເປັນເອກະພາບໃນປີ 1975-1986 ເຊິ່ງເປັນໄລຍະທີ່ຫວຽດນາມ ພວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະສ້າງສາປະເທດຊາດ. ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີສະຖຽນລະພາບ ແລະເສດຖະກິດເຕີບໂຕດີ, ທີ່ຕັ້ງນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ, ມີບົດບາດສຳຄັນໃນສະມາຄົມ ແລະເວທີປາໄສຕ່າງໆ.

ໃນຖານະທີ່ເປັນນັກທຸລະກິດຢູ່ ລາວ, ທ່ານ ຮວ່າງວັນກວນ ໄດ້ມີຫຼາຍໂອກາດ ເພື່ອກັບມາຢ້ຽມຢາມບ້ານເກີດເມືອງນອນໃນແຕ່ລະປີ ແລະທຸກຄັ້ງທີ່ກັບຄືນມາ, ທ່ານຮູ້ສຶກວ່າ ປະເທດຕົນມີການປ່ຽນແປງຂຶ້ນໃນທຸກໆວັນ. ຢູ່ໃນຕົວເມືອງໃຫຍ່, ຖະໜົນຫົນທາງ, ຕຶກອາຄານສູງ, ເຂດອຸດສາຫະກຳ ແລະເຂດຊຸມຊົນ ນັບມື້ນັບມີຂະໜາດໃຫຍ່ ແລະສວຍງາມຂຶ້ນ. ນັບທັງໃນເຂດຊົນນະບົດ, ເສັ້ນທາງລະຫວ່າງແຂວງ, ລະຫວ່າງເມືອງ ແລະລະຫວ່າງບ້ານກໍ່ຍັງມີການກໍ່ສ້າງຢ່າງກວ້າງຂວາງ. ນັບທັງເສັ້ນທາງເຂົ້າບ້ານກໍ່ໄດ້ຂະຫຍາຍໃຫ້ກວ້າງອອກ ແລະປູຢາງ. ເຮືອນ, ທົ່ງນາ ແລະສວນຢູ່ຊົນນະບົດແມ່ນໄດ້ວາງແຜນຜັງໄວ້ທັງໝົດ.

leftcenterrightdel
ນ້ອງ ຟ້າມເຈືອງທຽນເອິນ, ນັກຮຽນ ມໍ 7, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍເປັນລຸ້ນ “Gen Z”, ນ້ອງ ຟ້າມເຈືອງທຽນເອິນ, ນັກຮຽນຫ້ອງ ມໍ 7 ຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໃຫ້ຮູ້ວ່າ: ວັນທີ 2 ກັນຍາ ແມ່ນໂອກາດທີ່ຊາວຫວຽດນາມ ທຸກຄົນໃນໂລກນີ້ລ້ວນແຕ່ມຸ່ງໄປເຖິງປະເທດຊາດ. ທຽນເອິນ ແບ່ງປັນວ່າ ນີ້ແມ່ນປີທີ 12 ທີ່ນາງຮຽນຢູ່ໂຮງຮຽນແຫ່ງນີ້ ແລະໃນແຕ່ລະປີ, ໂຮງຮຽນໄດ້ຈັດຕັ້ງການເຄື່ອນໄຫວທີ່ແທດຈິງ ແລະມີຄວາມໝາຍ, ພິເສດແມ່ນທາງໂຮງຮຽນມັກຈັດຕັ້ງການແຂ່ງຂັນຊອກຮູ້ກ່ຽວກັບປະຫວັດສາດຫວຽດນາມ ເນື່ອງໃນໂອກາດວັນທີ 2 ກັນຍາ ໃຫ້ນ້ອງໆນັກຮຽນ, ເພື່ອໃຫ້ນ້ອງໆສາມາດເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຊາດ ແລະປະຊາຊົນ ຫວຽດນາມ ໄດ້ຫຼາຍກວ່າອີກ.

ທຽນເອິນ ຈະຝຶກຝົນຫຼໍ່ຫຼອມຄຸນສົມບັດ, ດຳລົງຊີວິດຢ່າງປອດໄສ, ຢູ່ຫ່າງໄກຈາກໄພສັງຄົມ ເພື່ອໃຫ້ກາຍເປັນຄົນດີ, ມີປະໂຫຍດໃຫ້ແກ່ສັງຄົມລາວ ແລະຫວຽດນາມ, ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ໝັ້ນຄົງຕະຫຼອດໄປ.

ວັນຊາດ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຜູ້ຄົນທີ່ດຳລົງຊີວິດ ແລະເຮັດວຽກຢູ່ຫ່າງຈາກບ້ານເກີດເມືອງນອນໄດ້ພ້ອມກັນອວ່າຍໜ້າເມືອຫາປະເທດຊາດອັນສັກສິດເທົ່ານັ້ນ, ຫາກຍັງເປັນໂອກາດເພື່ອໃຫ້ຊາວຫວຽດນາມ ລະນຶກເຖິງການເສຍສະຫຼະອັນຍິ່ງໃຫຍ່ຂອງບັນພະບຸລຸດຫຼາຍລຸ້ນຄົນ ເພື່ອພື້ນຖານເອກະລາດຂອງປະເທດຊາດ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງລຸງໂຮ່ ເພື່ອໃຫ້ຊາວຫວຽດນາມ ຮ່ວມກັນສາມັກຄີ ແລະມີຄວາມຜູກພັນກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບຮັ່ງມີ ເຂັ້ມແຂງ.

ໂດຍ: ທະນາພອນ