ເຂົ້າຮ່ວມພິທີມີທ່ານ ຫວູ້ດ້າຍຖັງ ກໍາມະການສູນກາງພັກ, ເລຂາພັກແຂວງກວາງບິ່ງ; ທ່ານ ວັນໄຊ ພົງສະຫວັນ, ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ; ທ່ານນາງ ດັ້ງທິຫາຍເຕິມ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ; ຜູ້ຕາງໜ້າການນຳບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະລາວ ພ້ອມດ້ວຍຄູອາຈານ ແລະນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນເອກະພາບຢູ່ແຂວງຄຳມ່ວນ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ແລະລາວ ຕັດແຖບຜ້າເປີດນຳໃຊ້ໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ ຢູ່ແຂວງຄຳມ່ວນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫວູດ້າຍຖັງ ໃຫ້ຮູ້ວ່າ: ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ແມ່ນຂອງຂວັນຂອງລັດຖະບານຫວຽດນາມ ແລະແຂວງກວາງບິ່ງ ເປັນເຈົ້າຂອງໂຄງການ, ເພື່ອແນໃສ່ປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳຂອງຊາດໃນປະຊາຄົມຊາວຫວຽດນາມ ຢູ່ແຂວງຄຳມ່ວນ ແລະປາດຖະໜາວ່າ ເດັກນ້ອຍຊາວຫວຽດນາມ ຢູ່ແຂວງຄຳມ່ວນ ເວົ້າສະເພາະ ກໍ່ຄືນັກຮຽນຢູ່ແຂວງຄຳມ່ວນ ເວົ້າລວມມີເງື່ອນໄຂການຮ່ຳຮຽນທີ່ດີກວ່າ.

ໂຄງການນີ້ມີມູນຄ່າການກໍ່ສ້າງທັງໝົດ 25 ຕື້ດົ່ງ, ເລີ່ມກໍ່ສ້າງແຕ່ເດືອນ ເມສາ 2023 ໃນເນື້ອທີ່ເກືອບ 3.500 ຕາແມັດ ໂດຍອໍານາດການປົກຄອງແຂວງຄໍາມ່ວນ ມອບໃຫ້ສະມາຄົມຊາວຫວຽດນາມ ຢູ່ແຂວງຄໍາມ່ວນ. ຂະໜາດຂອງໂຄງການປະກອບມີອາຄານຮຽນ 3 ຊັ້ນ, ເນື້ອທີ່ຫ້ອງຮຽນທັງໝົດກວ່າ 1.400 ຕາແມັດ, ມີ 19 ຫ້ອງ, ຫ້ອງຮຽນທິດສະດີ 11 ຫ້ອງທີ່ມີອຸປະກອນຄົບຊຸດ, ຫ້ອງປະຕິບັດ 1 ຫ້ອງ; ຫ້ອງສະໝຸດ ແລະລາຍການອື່ນໆ.

ເນື່ອງໃນໂອກາດນີ້, ແຂວງກວາງບິ່ງ ໄດ້ມອບເງິນຈໍານວນ 150 ລ້ານດົ່ງ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ເພື່ອຈັດຊື້ເຄື່ອງອຸປະກອນການສອນ-ການຮຽນ. ພາຍຫຼັງພິທີມອບ-ຮັບ, ຄູອາຈານ ແລະນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ ໄດ້ເລີ່ມຮຽນຊົ່ວໂມງທຳອິດໃນສົກຮຽນໃໝ່ 2024-2025.

ໂດຍ: ຈາງຫງວຽນ