leftcenterrightdel
ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ແລະທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: mofa.gov.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສັງລວມການພົວພັນ ຫວຽດນາມ-ລາວ; ສະແດງຄວາມພາກພູມໃຈຕໍ່ການພັດທະນາຢ່າງແຂງແຮງ ແລະມີປະສິດທິຜົນໃນຫຼາຍຂົງເຂດຂອງສາຍພົວພັນແບບພິເສດຫວຽດນາມ-ລາວ ໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນຂອງກະຊວງການຕ່າງປະເທດສອງປະເທດໃນການຊຸກຍູ້ການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ, ພິເສດແມ່ນການສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຜັນຂະຫຍາຍການຢ້ຽມຢາມທາງລັດຖະກິດເຖິງລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ (ເດືອນກໍລະກົດ 2024) ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ (ເດືອນມັງກອນ 2024) ໃຫ້ເປັນຢ່າງດີ. ສອງຝ່າຍເຫັນດີສືບຕໍ່ສົມທົບກັນກະກຽມບັນດາຢ້ຽມຢາມຂັ້ນສູງ ແລະກົນໄກຮ່ວມມືສອງຝ່າຍທີ່ສຳຄັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ດີ; ພ້ອມກັນນັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ-ລາວ. ພາບ: mofa.gov.vn

ຮອງລັດຖະມົນຕີສອງທ່ານ ໄດ້ໃຊ້ເວລາເພື່ອປຶກສາຫາລືບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີນຳກັນວ່າ ໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສອງຝ່າຍຄວນເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນສະຫະປະຊາຊາດ, ອາຊຽນ ແລະບັນດາກົນໄກຮ່ວມມືໃນອະນຸພາກພື້ນໂດຍສະເພາະແມ່ນບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະໜູນຊ່ວຍຝ່າຍລາວ ຢ່າງສຸດຂີດເພື່ອດຳລົງຕຳແໜ່ງປະທານອາຊຽນ ໃນປີ 2024 ປະສົບຜົນສຳເລັດ, ປະກອບສ່ວນສືບຕໍ່ຮັກສາຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ.

ສອງຝ່າຍເຫັນດີເປັນເອກະພາບ ຈະຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 10 ຢູ່ລາວ ໃນປີ 2025.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: mofa.gov.vn

ຕອນບ່າຍວັນດຽວກັນ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.

ໂດຍ: ທູຈາງ