leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບທ່ານພົນໂທ ຈິ້ງວັນກວ໊ຽດ. ພາບ: qdnd.vn.

ທ່ານພົນໂທ ຈິ້ງວັນກວ໊ຽດ ສະແດງຄວາມປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດເພີ່ມທະວີການແລກປ່ຽນປະສົບການໃນວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນຍົກສູງປະສິດທິຜົນໃນວຽກງານເປັນເສນາທິການ, ສະເໜີໃຫ້ການນຳຂັ້ນສູງສອງພັກ, ສອງລັດ ບັນດາແຜນນະໂຍບາຍ, ມາດຕະການແນໃສ່ເພີ່ມທະວີການນຳພາຂອງແຕ່ລະພັກສໍາລັບກອງທັບຂອງແຕ່ລະປະເທດ ແລະສະກັດກັ້ນບັນດາອິດທິກໍາລັງເປັນປໍລະປັກ, ປະຕິການ. ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ກອງທັບສອງປະເທດເສີມຂະຫຍາຍ, ແຜ່ຂະຫຍາຍທ່າແຮງກ່ຽວກັບເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດໃຫ້ຂົງເຂດເສດຖະກິດ ແລະການຮ່ວມມືອື່ນເພື່ອສະໜິດຕິດພັນການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີຜົນປະໂຫຍດຂອງແຕ່ລະປະເທດຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: qdnd.vn.

ຕອນບ່າຍວັນດຽວກັນ, ທ່ານພົນໂທ ຈິ້ງວັນກວ໊ຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທ່ານພົນໂທ ຈິ້ງວັນກວ໊ຽດ ສະແດງຄວາມປາດຖະໜາວ່າ ລັດຖະບານ, ກະຊວງປ້ອງກັນປະເທດລາວ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສົມທົບກັບອົງການ, ກົມກອງທີ່ກ່ຽວຂ້ອງຂອງຫວຽດນາມ ສູ້ຊົນໃນປີ 2024 ຈະປັບປຸງຂັ້ນຕອນຍື່ນສະເໜີຕໍ່ກົມການເມືອງສອງປະເທດອະນຸມັດຜ່ານສໍາເນົາເອກະສານ ເພື່ອສະເໜີຮັບຮອງປູຊະນີຍະສະຖານປະຫວັດສາດເສັ້ນທາງເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຢູ່ດິນແດນລາວ; ມີກົນໄກນະໂຍບາຍທີ່ເໝາະສົມເພື່ອໃຫ້ສອງກອງທັບເປີດກວ້າງແຫຼ່ງກຳລັງ, ຂົງເຂດຮ່ວມມືແນໃສ່ປັບປຸງການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ; ບັນດາອົງການ, ກົມກອງສອງຝ່າຍເພີ່ມທະວີການແລກປ່ຽນປະສົບການໃນວຽກງານກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນ; ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນຍົກສູງປະສິດທິຜົນໃນວຽກງານເປັນເສນາທິການ, ສະເໜີໃຫ້ການນຳຂັ້ນສູງສອງປະເທດບັນດາແຜນນະໂຍບາຍ, ມາດຕະການເພື່ອແນໃສ່ເພີ່ມທະວີການນຳພາຂອງແຕ່ລະພັກສໍາລັບກອງທັບຂອງແຕ່ລະປະເທດ.

leftcenterrightdel
ທ່ານພົນໂທ ຈິ້ງວັນກວ໊ຽດ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ ແລະບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດຂອງກະຊວງປ້ອງກັນປະເທດລາວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດກັບຫວຽດນາມ “ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”; ພ້ອມທັງເຊື່ອໝັ້ນວ່າ ກອງທັບປະຊາຊົນຫວຽດນາມ ຈະບັນລຸໄດ້ຜົນງານຫຼາຍຢ່າງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດກວ່າອີກ.

ໂດຍ: ເຈິ່ນຮວ່ຽນ