ໃນປີ 2023, ຈຳນວນນັກທ່ອງທ່ຽວຫວຽດນາມ ໄປລາວ ບັນລຸກວ່າ 837.000 ເທື່ອຄົນ, ເພີ່ມຂຶ້ນ 133% ເມື່ອທຽບໃສ່ປີ 2022 ແລະກົງກັນຂ້າມ, ຈຳນວນນັກທ່ອງທ່ຽວລາວ ໄປຫວຽດນາມ ບັນລຸກວ່າ 120.000 ເທື່ອຄົນ, ເພີ່ມຂຶ້ນ 155%.

ຕາມຂໍ້ມູນຂອງກົມພັດທະນາການທ່ອງທ່ຽວລາວ, ໃນ 3 ເດືອນຕົ້ນປີ 2024, ນັກທ່ອງທ່ຽວລາວ ໄປຫວຽດນາມ ບັນລຸ 33.000 ກວ່າເທື່ອຄົນ ແລະລາວ ຕ້ອນຮັບແຂກຫວຽດນາມ 263.000 ກວ່າເທື່ອຄົນ. ຫວຽດນາມ ສືບຕໍ່ຢືນອັນດັບທີ 2 ໃນບັນດາຕະຫຼາດສົ່ງນັກທ່ອງທ່ຽວໄປຢ້ຽມຢາມລາວ ແລະລາວ ກໍ່ໄດ້ຢູ່ໃນກຸ່ມ 15 ຕະຫຼາດແຖວໜ້າຂອງການທ່ອງທ່ຽວຫວຽດນາມ.

leftcenterrightdel
ທາດຫຼວງ - ໜຶ່ງໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ພາບ: vov.vn

ໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ແລະລາວ ພວມຢູ່ໃນທ່າພັດທະນາທີ່ດີ. ນັກທ່ອງທ່ຽວຂອງສອງປະເທດເດີນທາງໄປມາຫາສູ່ກັນ ແລະກັນໂດຍທາງອາກາດ, ທາງບົກ, ລວມທັງມີການເດີນທາງດ້ວຍລົດຕົນເອງ. ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ໄດ້ໃຫ້ຮູ້ວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ ແລະຫວຽດນາມ ຍັງມີຫຼາຍຢູ່ ແລະມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.

ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ລາວ - ຫວຽດນາມ ພວມພັດທະນາເປັນຢ່າງດີ. ນັກທ່ອງທ່ຽວທັງສອງປະເທດລາວ ແລະຫວຽດນາມ ໄດ້ມີຄວາມສົນໃຈ, ໄປມາ, ຊອກຮູ້້ເຊິ່ງກັນ ແລະກັນກ່ຽວກັບປະຫວັດສາດ, ທັດສະນີຍະພາບ, ສິ່ງນີ້ໄດ້ເຮັດໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈ, ສະໜິດສະໜົມກັນກວ່າອີກ.

ຕາມທ່ານນາງ ສວນສະຫວັນ ວິຍະເກດ ແລ້ວ, ສະຖານທີ່ທ່ອງທ່ຽວຍອດນິຍົມທີ່ນັກທ່ອງທ່ຽວຊາວຫວຽດນາມ ເລືອກເຟັ້ນເມື່ອມາລາວ ສ່ວນຫຼາຍແມ່ນຢູ່ນະຄອນຫຼວງວຽງຈັນ, ເມືອງວັງວຽງ (ແຂວງວຽງຈັນ) ແລະນະຄອນຫຼວງເກົ່າຫຼວງພະບາງ. ກົງກັນຂ້າມ, ນັກທ່ອງທ່ຽວລາວ ກໍ່ຢາກມາຢ້ຽມຢາມຫວຽດນາມ ຢ່າງແທ້ຈິງ ເພາະສະຖານທີ່ທ່ອງທ່ຽວແມ່ນອຸດົມສົມບູນໄປດ້ວຍຮີດຄອງປະເພນີ, ວັດທະນະທຳ ແລະປະຫວັດສາດ, ພິເສດແມ່ນປະເທດຫວຽດນາມ ມີຫາດຊາຍທະເລທີ່ສວຍງາມຫຼາຍແຫ່ງ. ຜ່ານການທ່ອງທ່ຽວ, ປະຊາຊົນສອງປະເທດບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການໃນການທ່ອງທ່ຽວ, ຊອກຮູ້ວັດທະນະທຳປະຫວັດສາດຂອງ ຫວຽດນາມ-ລາວ ເທົ່ານັ້ນ, ຫາກຍັງປະຕິບັດບົດບາດເປັນຂົວຕໍ່ມິດຕະພາບ, ເຮັດໃຫ້ການພົວພັນຮ່ວມມືແບບພິເສດເລິກເຊິ່ງ, ແໜ້ນແຟ້ນກ່ວາອີກ.

ປະຈຸບັນ, ສອງປະເທດຫວຽດນາມ ແລະລາວ ມີເງື່ອນໄຂສະດວກຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການແລກປ່ຽນນັກທ່ອງທ່ຽວ ເມື່ອພົນລະເມືອງຂອງສອງປະເທດຖືໜັງສືຜ່ານແດນທຳມະດາໄດ້ຮັບການຍົກເວັ້ນວີຊາພາຍໃນ 30 ວັນ; ການເຊື່ອມຕໍ່ສາຍການບິນດ້ວຍຖ້ຽວບິນໂດຍກົງກໍ່ມີຫຼາຍ; ການທ່ອງທ່ຽວທາງບົກກໍ່ໄດ້ສຸມໃສ່ພັດທະນາ, ນອກຈາກລົດໂດຍສານແລ້ວ, ລົດທີ່ຂັບດ້ວຍຕົນເອງກໍ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວຢູ່ຫວຽດນາມ ແລະລາວ.

leftcenterrightdel
ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ. ພາບ: vov.vn

ນອກຈາກນັ້ນ, ຫວຽດນາມ ແລະລາວ ຍັງມີຊາຍແດນທາງບົກຍາວກວ່າ 2.300 ກິໂລແມັດ, ໄປຜ່ານຊາຍແດນໃນການບໍລິຫານ 10 ແຂວງຂອງແຕ່ລະຝ່າຍ, ເປັນເຂດທີ່ມີຄວາມສາມາດບົ່ມຊ້ອນພັດທະນາ, ແມ່ນທີ່ຕັ້ງຍຸດທະສາດຢູ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ສະນັ້ນ, ການຮ່ວມມືດ້ານທ່ອງທ່ຽວຢູ່ເຂດຊາຍແດນຫວຽດນາມ-ລາວ ໄດ້ຮັບການພັດທະນາເທື່ອລະກ້າວໃນຊຸມປີຜ່ານມາ. ຫຼາຍການເຄື່ອນໄຫວຮ່ວມມື, ຮ່ວມສຳພັນພັດທະນາຜະລິດຕະພັນ, ສົ່ງເສີມການທ່ອງທ່ຽວໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍໄດ້ຮັບການປະຕິບັດ ແລະບັນລຸໄດ້ໝາກຜົນອັນແນ່ນອນ, ດຶງດູດການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ອົງການ, ສະມາຄົມ ແລະວິສາຫະກິດທ່ອງທ່ຽວຂອງສອງປະເທດ.

ໃນໄລຍະຜ່ານມາ, ຫວຽດນາມ ແລະລາວ ໄດ້ຈັດຕັ້ງລາຍການສົ່ງເສີມການທ່ອງທ່ຽວ ແລະວັດທະນະທຳເປັນປະຈຳ ຄື: ສັບປະດາວັດທະນະທໍາ - ການທ່ອງທ່ຽວ, ຕາເວັນຕົກສ່ຽງເໜືອ ແລະນະຄອນໂຮ່ຈີມິນ 2023 ຢູ່ແຂວງຫຼວງພະບາງ (ພາກເໜືອຂອງລາວ) ແລະຫວ່າງມໍ່ໆມານີ້, ແມ່ນໂຄງການສົ່ງເສີມການທ່ອງທ່ຽວ ແລະການຄ້າ ຮ່າໂນ້ຍ - ວຽງຈັນ 2024. ເຖິງຢ່າງໃດກໍ່ຕາມ, ເພື່ອຊຸກຍູ້ການທ່ອງທ່ຽວລະຫວ່າງຫວຽດນາມ ແລະລາວ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ, ເໝາະສົມກັບສາຍພົວພັນແບບພິເສດ, ທ່ານນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ຂ້າພະເຈົ້າ ຖືວ່າ ຕ້ອງເອົາໃຈໃສ່ກວ່າອີກໃນການຮ່ວມມືພັດທະນາການທ່ອງທ່ຽວ, ຜ່ານການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວເຂົ້າ-ອອກເມືອງ; ສົ່ງເສີມບັນດາວິສາຫະກິດພັດທະນາການທ່ອງທ່ຽວ ແລະຮ່ວມກັນສ້າງບັນດາໂຄງການ, ຍຸດທະສາດພັດທະນາລວມ; ຈັດຕັ້ງກອງປະຊຸມສຳມະນາ, ແລກປ່ຽນບົດຮຽນ, ປະສົບການໃນການພັດທະນາການທ່ອງທ່ຽວທັງພາກລັດ-ເອກະຊົນ; ສົມທົບກັນໂຄສະນາຮູບພາບບັນດາສະຖານທີ່, ຈຸດນັດພົບທີ່ດຶງດູດນັກທ່ອງທ່ຽວທີ່ເຕັມໄປດ້ວຍວັດທະນະທຳລາວ ແລະຫວຽດນາມ”.

ຫວຽດນາມ ແລະ ລາວ ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວໃຫຍ່ຫຼວງ. ບົນເນື້ອໃນຈິດໃຈການຮ່ວມືມິດຕະພາບໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຄືປະຈຸບັນ, ພ້ອມກັບຄວາມຕັດສິນໃຈດ້ານການເມືອງສູງຂອງລັດຖະບານສອງຝ່າຍ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງສອງປະເທດຈະໄດ້ຮັບການຂຸດຄົ້ນຖືກຕາມຄວາມຫວັງເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃນໄລຍະເຊື່ອມໂຍງປະຈຸບັນ, ປະກອບສ່ວນບັນລຸເປົ້າໝາຍທີ່ລາວ ວາງອອກຮອດປີ 2024 ແມ່ນດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 4 ລ້ານເທື່ອຄົນ ແລະຄາດວ່າປີນີ້ ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວສາກົນ 17-18 ລ້ານເທື່ອຄົນ.

ໂດຍ: ຈາງຫງວຽນ