ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີ ເພື່ອສະແດງໃຫ້ເຫັນຄວາມສາມັກຄີ, ຄວາມຜູກພັນ ແລະແບ່ງປັນອາລົມຈິດຂອງຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ຂອງລາວ ກັບລຸງໂຮ່ທີ່ຮັກແພງ, ພ້ອມທັງເພີ່ມທະວີຄວາມສະໜິດຕິດພັນລະຫວ່າງພໍ່ແມ່ປະຊາຊົນກັບບ້ານເກີດເມືອງນອນປະເທດຊາດເນື່ອງໃນວັນບຸນສໍາຄັນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານແຂ່ງຂັນບານເຕະ. ພາບ: ສໍານັກຂ່າວສານຫວຽດນາມ

ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ ແລະເຄົາລົບນັບຖື, ບັນດາຜູ້ແທນ ແລະປະຊາຄົມຊາວຫວຽດນາມ ໃນບໍລິເວນໄດ້ຖະຫວາຍທູບທຽນຕໍ່ດວງວິນຍານປະທານໂຮ່ຈີມິນ, ຜູ້ນຳຂອງພັກ ແລະປະຊາຊົນຫວຽດນາມ, ເປັນຄູຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ມີຊື່ສຽງໂລກ, ນັກຮົບກອມມູນິດສາກົນທີ່ເປັນແບບຢ່າງໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງຊາດ.

ຕໍ່ຈາກນັ້ນ, ກ່າວຄຳເຫັນທີ່ພິທີເປີດງານແຂ່ງຂັນບານເຕະມິດຕະພາບລະຫວ່າງ 4 ສະມາຄົມຫວຽດນາມ ຢູ່ພາກໃຕ້ລາວ, ທ່ານ ຫງວຽນວັນຈູງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການເຄື່ອນໄຫວປີນີ້ວ່າ ຖືກຈັດຂຶ້ນໃນວັນທີ 19 ພຶດສະພາ ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ.

ທ່ານ ຫງວຽນວັນຈູງ ເຊື່ອໝັ້ນວ່າ: ການເຄື່ອນໄຫວດັ່ງກ່າວຈະປະກອບສ່ວນເພີ່ມອາລົມຈິດກໍ່ຄືຄວາມສາມັກຄີຂອງປະຊາຄົມຊາວຫວຽດນາມ ຢູ່ພາກໃຕ້ລາວ, ພ້ອມທັງສ້າງສະໜາມຫຼິ້ນທີ່ປອດໃສ ແລະເປັນປະໂຫຍດ ເພື່ອຊຸກຍູ້ຂະບວນການກິລາກາຍະກຳໃນຊຸມຊົນ.

ຕາມຄະນະຈັດຕັ້ງແລ້ວ, ຜົນສໍາເລັດຂອງການເຄື່ອນໄຫວສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄັ້ງນີ້ ໄດ້ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ຄວາມສະໜິດຕິດພັນ ແລະມຸ່ງໄປເຖິງບ້ານເກີດເມືອງນອນຂອງປະຊາຄົມຊາວຫວຽດນາມ ຢູ່ອາໄສລາວ, ຜ່ານນັ້ນ ເພີ່ມທະວີການສຶກສາມູນເຊື້ອປະຫວັດສາດຂອງຊາດ ແລະນ້ຳໃຈຮັກຊາດດ້ວຍຈິດໃຈຂະຫຍັນຂັນເຄື່ອນ ແລະມີຫົວຄິດປະດິດສ້າງຕາມແບບຢ່າງຂອງປະທານໂຮ່ຈີມິນ.

ໂດຍ: ໄຊນີດາ