ທີ່ການເຈລະຈາ, ສະຫາຍ ດວ່ານມິງຮ໊ວນ ເລຂາພັກແຂວງນິງບິ່ງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງແຂວງນິງບິ່ງ ແລະແຂວງອຸດົມໄຊ ໄດ້ຮັບການເພີ່ມທະວີ, ປັບປຸງຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ. ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການເປັນປະຈຳ; ເອົາໃຈໃສ່ເຖິງເຫດການການເມືອງສັງຄົມສຳຄັນຂອງແຕ່ລະຝ່າຍ; ຊຸກຍູ້ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືໃນທຸກຂົງເຂດ; ໂຄສະນາເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນມິດຕະພາບລະຫວ່າງສອງແຂວງ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສະຫາຍ ດວ່ານມິງຮ໊ວນ ເລຂາພັກແຂວງນິງບິ່ງ ຫວັງວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນ, ສືບຕໍ່ເປີດກວ້າງການພົວພັນຮ່ວມມືຮອບດ້ານ ແລະສົມທົບກັນແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດພັດທະນາເສດຖະກິດ-ສັງຄົມ; ປະຕິບັດບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມລະຫວ່າງແຂວງນິງບິ່ງ ແລະແຂວງອຸດົມໄຊ ໃຫ້ເປັນຢ່າງດີ; ປະກອບສ່ວນເພີ່ມທະວີ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ, ຊຸກຍູ້ສາຍພົວພັນແບບພິເສດລະຫວ່າງຫວຽດນາມ-ລາວ. ອົງຄະນະພັກ ແລະອໍານາດການປົກຄອງແຂວງນິງບິ່ງ ຍາມໃດກໍ່ຖືເປັນສໍາຄັນ ແລະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ ແລະເສີມຂະຫຍາຍສາຍພົວພັນຮ່ວມມື, ນໍ້າໃຈມິດຕະພາບ, ຄວາມຊື່ສັດບໍລິສຸດຜຸດຜ່ອງລະຫວ່າງແຂວງນິງບິ່ງ ແລະແຂວງອຸດົມໄຊ ໃຫ້ຍືນຍົງຕະຫຼອດໄປ.

leftcenterrightdel
ສະຫາຍ  ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວຄໍາເຫັນທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນສະຫາຍ  ບຸນຄົງ ຫຼ້າຈຽມພອນ ຖືວ່າ ການຮ່ວມມືລະຫວ່າງແຂວງນິງບິ່ງ ແລະແຂວງອຸດົມໄຊ ນັບມື້ນັບມີປະສິດທິຜົນ ແລະຮອບດ້ານ. ໃນນັ້ນ, ແຂວງນິງບິ່ງ ໄດ້ຊ່ວຍແຂວງອຸດົມໄຊ ພັດທະນາເສດຖະກິດ-ສັງຄົມ, ເປັນຕົ້ນແມ່ນໃນຂົງເຂດສຶກສາ-ກໍ່ສ້າງ. ສະຫາຍ  ບຸນຄົງ ຫຼ້າຈຽມພອນ ຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມືຈາກແຂວງນິງບິ່ງ ແລະໄດ້ຕ້ອນຮັບບັນດາວິສາຫະກິດຂອງແຂວງນິງບິ່ງ ມາຊອກຫາເປີດກວ້າງກາລະໂອກາດຮ່ວມມື, ຢູ່ແຂວງອຸດົມໄຊ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.

ໂດຍ: ທູຈາງ