ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ
ກປ.ອອນໄລ - ຕອນຄໍ່າວັນທີ 28 ກັນຍາ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຍ້ອນມີການປະກອບສ່ວນອັນໃຫຍ່ຫຼວງ, ແທດຈິງໃຫ້ແກ່ການພົວພັນ ຫວຽດນາມ - ລາວ.
    |
 |
ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. ພາບ: qdnd.vn |
ກ່າວຄໍາເຫັນທີ່ເຫດການ, ທ່ານ ຟານແອັງເຊີນ ໃຫ້ຮູ້ວ່າ, ໃນອາຍຸການເກືອບ 4 ປີຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ-ລາວ ມີບາດກ້າວພັດທະນາໃໝ່. ການພົວພັນດ້ານການເມືອງ, ການທູດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທໍາ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ... ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະນັບມື້ນັບມີປະສິດທິຜົນ ແລະແທດຈິງ. ບັນລຸໄດ້ສິ່ງດັ່ງກ່າວນີ້ ສ່ວນໜຶ່ງແມ່ນຍ້ອນມີການປະກອບສ່ວນສໍາຄັນຂອງທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ.
    |
 |
ບັນດາຜູ້ແທນ ຖ່າຍຮູບລວມ. ພາບ: qdnd.vn |
ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ກໍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນແຕ່ລະປະເທດ. ເມື່ອແບ່ງປັນກ່ຽວກັບອາຍຸການປະຕິບັດງານຂອງຕົນຢູ່ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ ຍາມໃດ ທ່ານ ກໍຖືຫວຽດນາມ ເປັນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ທ່ານ ຢັ້ງຢືນວ່າ ເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດ ກໍຕາມ ທ່ານ ກໍຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ແກ່ການພົວພັນສາມັກຄີພິເສດຫວຽດນາມ-ລາວ.
ໂດຍ: ໄຊຊະນະ