ນັກສໍາມະນາກອນລາວ ທີ່ໄດ້ຮັບການຝຶກອົບຮົມວຽກງານກະສິກຳບັນລຸຜົນດີ, ເກັ່ງ 100%
ກປ.ອອນໄລ - ຕອນເຊົ້າວັນທີ 25 ກັນຍາ, ໂຮງຮຽນວິທະຍາໄລວິຊາຊີບ ເລກທີ 21 (ແມ່ທັບນ້ອຍ 15) ໄດ້ຈັດພິທີປິດຊຸດຝຶກອົບຮົມດ້ານວຽກງານກະສິກຳໃຫ້ແກ່ພະນັກງານ ແຫ່ງ ສປປ 50 ທ່ານ. ສະຫາຍພັນເອກພິເສດ ເລຊວນເຟືອງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ແມ່ທັບນ້ອຍ 15 ເຂົ້າຮ່ວມ ແລະຊີ້ນໍາ.
    |
 |
|
ການນຳແມ່ທັບນ້ອຍ 15 ແລະໂຮງຮຽນວິທະຍາໄລວິຊາຊີບ ເລກທີ 21 ຖ່າຍຮູບເປັນທີ່ລະນຶກໃຫ້ນັກສໍາມະນາກອນ. ພາບ: qdnd.vn |
ຜ່ານການຮໍ່າຮຽນເປັນເວລາ 3 ເດືອນ, ນັກສໍາມະນາກອນໄດ້ຄົ້ນຄວ້າ, ຊອກຮູ້ກ່ຽວກັບເຕັກນິກການປູກ, ບົວລະບັດຕົ້ນໄມ້, ປາບສັດຕູພືດບາງປະເພດ, ຄື: ເຂົ້າ, ມັນດ້າງ, ສາລີ, ກະປ໋ອງ, ກາເຟ, ຢາງພາລາ, ກາເຟ, ພິກໄທ...; ເຕັກນິກການລ້ຽງສັດ, ສັດປີກ ແລະປານໍ້າຈືດ; ເຕັກນິກການປຸງແຕ່ງເບື້ອງຕົ້ນ, ການປຸງແຕ່ງ, ຮັບປະກັນຜະລິດຕະພັນກະເສດບາງປະເພດ; ໄປທັດສະນະສຶກສາສະຖານທີ່ປະຫວັດສາດ, ວັດທະນະທໍາໃນບໍລິເວນນະຄອນ Pleiku (ແຂວງຢາລາຍ), ສູນກໍ່ສ້າງ, ກົມກອງ ຂຶ້ນກັບແມ່ທັບນ້ອຍ 15; ພົບປະແລກປ່ຽນວັດທະນະທໍາ, ກິລາ. ຜ່ານນັ້ນ, ຊ່ວຍໃຫ້ນັກສໍາມະນາກອນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທຳຂອງຊາວຫວຽດນາມ ເວົ້າລວມ ແລະກອງທັບປະຊາຊົນຫວຽດນາມ, ແມ່ທັບນ້ອຍ 15 ເວົ້າສະເພາະ. ຜົນການກວດກາປະກົດວ່າ, ສິ້ນສຸດການຝຶກອົບຮົມນັກສໍາມະນາກອນໄດ້ຮັບຜົນດີ, ເກັ່ງ 100%. ເນື່ອງໃນໂອກາດນີ້, ໂຮງຮຽນວິທະຍາໄລວິຊາຊີບ ເລກທີ 21 ໄດ້ມອບໃບຍ້ອງຍໍໃຫ້ນັກສໍາມະນາກອນ 10 ທ່ານ ແລະມອບແນວພັນພືດໃຫ້ນັກສໍາມະນາກອນລາວທຸກຄົນ.
ໂດຍ: ເຈິ່ນຮວ່ຽນ