ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະແດງຄວາມຊົມເຊີຍຕໍ່ການລົງນາມບົດບັນທຶກການຮ່ວມມືລະຫວ່າງສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກັບກະຊວງເຕັກໂນໂລຢີ ແລະການສື່ສານລາວ, ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີເພື່ອໃຫ້ສອງປະເທດພ້ອມກັນປະຕິບັດການຫັນເປັນດີຈີຕອນ, ການຫັນເປັນຂຽວໃນໄລຍະເວລາສັ້ນທີ່ສຸດ.

leftcenterrightdel
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ລາວ ຈະສ້າງລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ແລະການສື່ສານຢ່າງມີປະສິດທິຜົນ, ຊ່ວຍປະຊາຊົນໄດ້ຮັບຜົນປະໂຫຍດຈາກລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ປ່ຽນແທນຮູບແບບການພັດທະນາໂດຍອີງໃສ່ຊັບພະຍາກອນທຳມະຊາດທີ່ພວມໝົດໄປ. ການຫັນເປັນດີຈີຕອນຈະໜູນຊ່ວຍຢ່າງຕັ້ງໜ້າໃນຂົງເຂດຕ່າງໆ, ຄື: ການແພດ, ການສຶກສາ, ສິລະປະ, ການຫັນເປັນອັດຕະໂນມັດ... ເພື່ອໃຫ້ປະເທດໜຶ່ງກ້າວຂຶ້ນຢ່າງວ່ອງໄວ ແລະລື່ນກາຍປະເທດອື່ນ.

leftcenterrightdel
 ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສະແດງຄວາມຂອບໃຈຕໍ່ທ່ານ ເຈິ່ນຮົ່ງຮ່າ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ, ທ່ານລັດຖະມົນຕີ ບໍ່ວຽງຄໍາ ວົງດາລາ ໃຫ້ຮູ້ວ່າ ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນແນໃສ່ຊຸກຍູ້ການລົງນາມໃນບົດບັນທຶກການຮ່ວມມືກັບສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ກ່ຽວກັບການພະຍາກອນ, ເຕືອນໄພທໍາມະຊາດ, ຄື້ນຍັກ; ຄົ້ນຄວ້າ ແລະກໍ່ສ້າງເຕັກໂນໂລຢີທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກຳ ຄັ້ງທີ 4; ສ້າງສູນແຫ່ງຊາດ cloud computing /Big Data ແລະແອັບພຼີເຄຊັນ...

ຕາມທ່ານລັດຖະມົນຕີ  ບໍ່ວຽງຄໍາ ວົງດາລາ ແລ້ວ, ກະຊວງເຕັກໂນໂລຢີ ແລະການສື່ສານລາວ ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບກະຊວງຖະແຫຼງຂ່າວ ແລະສື່ສານ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ພ້ອມກັບບັນດາກະຊວງ, ຂະແໜງການອື່ນໆຂອງຫວຽດນາມ; ຜ່ານນັ້ນປະກອບສ່ວນເພີ່ມທະວີ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ