ຕ້ອນຮັບຄະນະມີທ່ານນາງ H’Yim Kđoh ຮອງປະທານຄະນະກໍາມະການປະຊາຊົນແຂວງ ແລະຜູ້ຕາງໜ້າການນຳບາງພະແນກ, ຂະແໜງການຂອງແຂວງດັ໊ກລັ໊ກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ມາຍຊາວ.

ທີ່ການພົບປະ, ທ່ານນາງ H’Yim Kđoh ຢັ້ງຢືນວ່າ ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ-ລາວ, ລະຫວ່າງແຂວງ ດັ໊ກລັ໊ກ ກັບບັນດາແຂວງພາກໃຕ້ຂອງລາວ ນັບມື້ນັບສະໜິດຕິດພັນ. ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂອງ 4 ແຂວງພາກໃຕ້ລາວ (ລວມມີ: ເຊກອງ, ຈໍາປາສັກ, ອັດຕະປື, ສາລະວັນ) ໄດ້ເຊັນບົດບັນທຶກວ່າດ້ວຍການຮ່ວມມືກັບແຂວງດັ໊ກລັ໊ກ, ຜັນຂະຫຍາຍຫຼາຍລາຍການພົບປະແລກປ່ຽນ, ການທູດປະຊາຊົນ, ໜູນຊ່ວຍກັນໃນຫຼາຍຂົງເຂດ, ຄື: ບໍລິສັດຫຸ້ນສ່ວນລົງທຶນຢາງພະລາດັ໊ກລັ໊ກ ຜັນຂະຫຍາຍໂຄງການລົງທຶນຕົ້ນຢາງພະລາ, ຕົ້ນກາເຟ, ໝາກມ່ວງຫິມະພານ ແລະຕົ້ນໄມ້ຊະນິດຕ່າງໆຢູ່ພາກໃຕ້ຂອງລາວ ແຕ່ເດືອນທັນວາ 2014 ເປັນຕົ້ນມາດ້ວຍຈຳນວນເງິນທຶນກວ່າ 83 ລ້ານໂດລາສະຫະລັດ. ດັ໊ກລັ໊ກ ໄດ້ໜູນຊ່ວຍບັນດາວິສາຫະກິດໃນແຂວງຍູ້ແຮງການດຳເນີນທຸລະກິດ, ການນຳເຂົ້າ-ສົ່ງອອກ, ແລກປ່ຽນສິນຄ້າກັບລາວ; ວົງເງິນສົ່ງອອກຢາງພະລາລະຫວ່າງແຂວງດັ໊ກລັ໊ກ ແລະລາວ ໄລຍະ 2016 – 2020 ແມ່ນ 12 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານນາງ H’Yim Kđoh ຮອງປະທານຄະນະກໍາມະການປະຊາຊົນແຂວງດັ໊ກລັ໊ກ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ. ພາບ: ມາຍຊາວ.

ທ່ານນາງ H’Yim Kđoh ປາດຖະໜາວ່າ ການຢ້ຽມຢາມຄັ້ງນີ້ ຈະແມ່ນພື້ນຖານເພື່ອໃຫ້ສອງຝ່າຍສ້າງລາຍການຮ່ວມມືໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ, ປະກອບສ່ວນສືບຕໍ່ຮັກສາການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ຄະນະປະຕິບັດງານສະຖານທູດລາວ ປະຈຳ ຫວຽດນາມ ຖ່າຍຮູບທີ່ລະນຶກພ້ອມກັບການນຳຄະນະກຳມະການປະຊາຊົນແຂວງ ແລະຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງແຂວງດັ໊ກລັ໊ກ. ພາບ: ມາຍຊາວ.

ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຝາກຄຳຢ້ຽມຢາມຖາມຂ່າວມາຍັງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງດັ໊ກລັ໊ກ ທີ່ໄດ້ຮ່ວມເດີນທາງ, ໜູນຊ່ວຍບັນດາແຂວງພາກໃຕ້ລາວ ຜ່ານຜ່າຄວາມຫຍຸ້ງຍາກ, ໂດຍສະເພາະໃນວຽກງານຮັບມືກັບພະຍາດໂຄວິດ-19, ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ທ່ານສະແດງຄວາມເຊື່ອໝັ້ັນວ່າ ຈະສືບຕໍ່ມີບັນດາບາດກ້າວພັດທະນາຢ່າງໝັ້ນແກ່ນໃນອະນາຄົດ, ພ້ອມກັນເພີ່ມພູນຄູມສ້າງສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ສອງຝ່າຍ ຈະສືບຕໍ່ສຳຫຼວດ, ເຊື່ອມຕໍ່ການຮ່ວມມືດ້ານການສຶກສາ, ເສດຖະກິດ, ບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນໃນການປູກ ແລະປຸງແຕ່ກາເຟ, ການຊື້ຂາຍຜະລິດຕະພັນກະເສດຢູ່ລາວ, ເພີ່ມທະວີວົງການການຄ້າ.

ໂດຍ: ແສງເດືອນ