ສະຫາຍພົນໂທ ເລືອງຕາມກວາງ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ແລະສະຫາຍພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເປັນປະທານຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເປັນຕົ້ນແມ່ນລະຫວ່າງບັນດາກົມກອງວິຊາສະເພາະ ແລະຕໍາຫຼວດທ້ອງຖິ່ນຕິດກັບຊາຍແດນ; ພິເສດແມ່ນຖືເປັນສໍາຄັນກົນໄກແລກປ່ຽນຂ່າວວິຊາສະເພາະປະຈຳໄລຍະ ແລະ "ໂທລະສັບສາຍດ່ວນ" ເພື່ອມີມາດຕະການສະກັດກັ້ນ, ຕໍ່ສູ້ແກ້ໄຂຢ່າງທັນການ ແລະເປັນເສນາທິການຊ່ວຍການນໍາສອງກະຊວງກ່ຽວກັບແຜນນະໂຍບາຍ, ມາດຕະການຮັບປະກັບຄວາມສະຫງົບຂອງຊາດໃນສະພາບການໃໝ່.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບທັດສະນະ, ຫຼັກໝັ້ນຂອງສອງປະເທດທີ່ບັນດາເວທີປາໄສຮ່ວມມືດ້ານປ້ອງກັນຄວາມສະຫງົບສາກົນ ແລະໃນພາກພື້ນ; ຊຸກຍູ້ການຮ່ວມມືດ້ານປ້ອງກັນ, ຕ້ານການກໍ່ການຮ້າຍສາກົນຂອງບັນດາປະເທດຂຶ້ນກັບອາຊຽນ; ຮັບປະກັນປ້ອງກັນຄວາມສະຫງົບໃຫ້ບັນດາເຫດການໃຫຍ່ທີ່ດໍາເນີນຢູ່ລາວ ແລະຫວຽດນາມ ໃນໄລຍະຈະມາເຖິງ. ຝ່າຍຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍປະເທດລາວ ກະກຽມ ແລະສໍາເລັດບົດບາດເປັນປະທານອາຊຽນ ປີ 2024.

ໂດຍ: ຈາງຫງວຽນ