leftcenterrightdel
ພິທີລົງນາມຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາຊັບພະຍາກອນມະນຸດ. ພາບ: VOV

ຢູ່ທີ່ກອງປະຊຸມ ສອງຝ່າຍ ໄດ້ເຫັນດີເປັນເອກະພາບນໍາກັນ ສືບຕໍ່ຊຸກຍູ້ ແລະສ້າງເງື່ອນໄຂສະດວກໃຫ້ແຮງງານສອງປະເທດ ເຮັດວຽກຢູ່ລາວ ແລະຫວຽດນາມ; ແບ່ງປັນບົດຮຽນປະສົບການ ແລະ ພັດທະນາທັກສະດ້ານວີຊາຊີບໃນສະພາບການໃໝ່, ຄຸ້ມຄອງແຮງງານຍົກຍ້າຍ, ໜູນຊ່ວຍແຮງງານຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19; ໜູນຊ່ວຍຜູ້ຮັບເຄາະຮ້າຍຈາກລູກລະເບີດໝາກມີນ, ຄວາມປອດໄພດ້ານສຸຂະອານາໄມຂອງຜູ້ອອກແຮງງານ ແລະຄົນພິການ… ກອງປະຊຸມເຫັນດີເປັນເອກະພາບກັນ ແລະລົງນາມ “ຂໍ້ຕົກລົງຮ່ວມມືໃນຂົງເຂດພັດທະນາຊັບພະຍາກອນມະນຸດ” ລະຫວ່າງ 3 ກະຊວງ: ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ແລະກະຊວງສຶກສາທິການ ແລະກິລາ ລາວ. ທ່ານລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ ຫວຽດນາມ ດ່າວຫງອກຢຸ່ງ ຢືນຢັນວ່າ:

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມໃສ່ປະຕິບັດໂຄງການທີ່ວາງອອກໃຫ້ມີປະສິດທິຜົນສູງສຸດ, ຫວັງວ່າ ສອງປະເທດ ຈະມີຫຼາຍການເຄື່ອນໄຫວນັບມື້ນັບມີປະໂຫຍດ, ຮັດແໜ້ນກວ່າເກົ່າ, ບໍ່ພຽງແຕ່ເປັນຄູ່ຮ່ວມມື ເທົ່ານັ້ນ ແຕ່ຍັງເປັນໝູ່ເພື່ອນ, ອ້າຍນ້ອງໃນຄອບຄົວດຽວກັນ.

ກອງປະຊຸມລັດຖະມົນຕີ ແຮງງານ ແລະສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 8 ຈະໄດ້ຈັດຕັ້ງຢູ່ ລາວ ໃນປີ 2023.

ໂດຍ: ກວຽດເຕິມ