leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ການຝຶກອົບຮົມດໍາເນີນເປັນເວລາໜຶ່ງເດືອນ, ຄະນະພະນັກງານກອງທັບປະຊາຊົນລາວ ຈະໄດ້ຮັບການແນະນໍາ, ແລກປ່ຽນບັນດາເນື້ອໃນພື້ນຖານກ່ຽວກັບວຽກງານຊີ້ນໍາ, ຈັດຕັ້ງ, ຄຸ້ມຄອງການເຄື່ອນໄຫວສື່ສານມວນຊົນໃນກອງທັບປະຊາຊົນຫວຽດນາມ; ກ່ຽວກັບການຈັດຕັ້ງຜັນຂະຫຍາຍບັນດາເນື້ຶອໃນໂຄສະນາໜ້າທີ່ການທະຫານ, ການປ້ອງກັນຊາດ, ການທູດປ້ອງກັນຊາດ, ຕໍ່ສູ້ປະຕິເສດບັນດາທັດສະນະທີ່ຜິດຜາດ, ເປັນປໍລະປັກໃນສື່ມວນຊົນກອງທັບ; ກ່ຽວກັບວຽກງານຮັບປະກັນຄວາມປອດໄພຂໍ້ມູນໂຄສະນາສື່ມວນຊົນໃນກອງທັບປະຊາຊົນປະຈຸບັນ; ພ້ອມທັງໄດ້ຮັບຂໍ້ມູນຂ່າວສານ, ການແບ່ງປັນ, ແລກປ່ຽນກ່ຽວກັບເຕັກນິກການຈັດໜ້າທາງເອເລັກໂຕນິກ, ເຕັກນິກການພິມ offset, ເຕັກນິກການຜະລິດຊິ້ນສ່ວນ, ສໍາເລັດຮູບ, ເຕັກນິກສ້ອມແປງຈັກພິມບາງປະເພດ ກໍ່ຄືການໄປທັດສະນະສຶກສາຕົວຈິງ, ແລກປ່ຽນບົດຮຽນ, ປະສົບການ, ພົບປະແລກປ່ຽນກັບບາງອົງການສື່ມວນຊົນຂອງກອງທັບປະຊາຊົນຫວຽດນາມ.

ໂດຍ: ເກື່ອງດັ້ງ