ຊຸກຍູ້ການພົບປະແລກປ່ຽນ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 27 ກໍລະກົດ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ໂດ໊ວັນຈ໊ຽນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບສະຫາຍ ບໍ່ວຽງຄໍາ ວົງດາຣາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: mattran.org.vn |
ທີ່ການຕ້ອນຮັບ, ສະຫາຍ ໂດ໊ວັນຈ໊ຽນ ຕີລາຄາສູງຕໍ່ການປະກອບສ່ວນທີ່ຕັ້ງໜ້າຂອງສະມາຄົມມິດຕະພາບລາວ-ຫວຽດນາມ ທີ່ໄດ້ປະກອບສ່ວນຮັກສາ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດ. ສະຫາຍ ໂດ໊ວັນຈ໊ຽນ ສະເໜີວ່າ, ໃນໄລຍະຈະມາເຖິງ, ສອງສະມາຄົມມິດຕະພາບ ຄວນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວສຶກສາອົບຮົມ, ໂຄສະນາໃຫ້ປະຊາຊົນ ສືບຕໍ່ຮັກສາ ແລະພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ສະຫາຍ ໂດ໊ວັນຈ໊ຽນ ກໍ່ສະເໜີໃຫ້ສະຫາຍ ບໍ່ວຽງຄໍາ ວົງດາຣາ ເອົາໃຈໃສ່, ຊ່ວຍເຫຼືອ ແລະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມທໍາມາຫາກິນ, ດໍາລົງຊີວິດຢູ່ລາວ.
    |
 |
ສະຫາຍ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ສະຫາຍ ບໍ່ວຽງຄໍາ ວົງດາຣາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ. ພາບ: mattran.org.vn |
ສ່ວນສະຫາຍ ບໍ່ວຽງຄໍາ ວົງດາຣາ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ໂຄສະນາໃຫ້ປະຊາຊົນ, ພິເສດແມ່ນໄວໜຸ່ມ, ນັກຮຽນ, ນັກສຶກສາລາວ ທີ່ພວມຮໍ່າຮຽນ, ດໍາລົງຊີວິດຢູ່ຫວຽດນາມ ສຳຜັດ, ຊອກຮູ້ວັດທະນະທໍາ, ມູນເຊື້ອຂອງຫວຽດນາມ, ສຶກສາອົບຮົມໃຫ້ພວກນ້ອງມີຄວາມເຂົ້າໃຈຢ່າງຈະແຈ້ງ, ເຄົາລົບ, ຮັກສາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ. ພິເສດ, ໃນປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ສະມາຄົມ ພວມຜັນຂະຫຍາຍການເຄື່ອນໄຫວແທດຈິງຫຼາຍຢ່າງ ຄື: ຕ້ອນຮັບອະດີດຊາວໜຸ່ມອາສາສະໝັກຂອງຫວຽດນາມ ໄປຢ້ຽມຢາມລາວ ແລະຈັດຕັ້ງກອງປະຊຸມສໍາມະນາ, ການພົບປະເຈລະຈາ, ປະດິດແຕ່ງບົດເພງ, ກະວີ... ເພື່ອປະກອບສ່ວນສຶກສາອົບຮົມ, ໂຄສະນາກ່ຽວກັບສາຍພົວພັນລະຫວ່າງສອງປະເທດ.
ໂດຍ: ທູຈາງ