ພາຍຫຼັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ມາເປັນເວລາຍາວນານ, ປະຈຸບັນ, ການພົບປະແລກປ່ຽນ, ການຮ່ວມມື ແລະການແລກປ່ຽນໃນຫຼາຍຂົງເຂດລະຫວ່າງແຂວງເທື່ອທຽນ-ເຫ້ວ ກັບບັນດາທ້ອງຖິ່ນຂອງປະເທດເພື່ອນພວມຄອຍໆຟື້ນຟູຄືນໃໝ່,  ປະກອບສ່ວນກໍ່ສ້າງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.

ສົມທົບກັນຄຸ້ມຄອງຊາຍແດນເປັນຢ່າງດີ

ດ້ວຍເສັ້ນຊາຍແດນຕິດກັບແຂວງສາລະວັນ ແລະແຂວງເຊກອງ ຍາວກວ່າ 80,6 ກິໂລແມັດ, ໃນຊຸມປີຜ່ານມາ, ກໍາລັງທະຫານຊາຍແດນແຂວງເທື່ອທຽນ-ເຫ້ວ ໄດ້ສົມທົບກັບບັນດາກຳລັງເຈົ້າໜ້າທີ່ຂອງປະເທດເພື່ອນເປັນຢ່າງດີໃນວຽກງານແລກປ່ຽນຂໍ້ມູນຂ່າວສານ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຕ້ານອາດຊະຍາກຳຢູ່ຕາມເສັ້ນຊາຍແດນ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮືອງງວຽນ (ເມືອງອາເລື໊ອຍ, ແຂວງເທື່ອທຽນ-ເຫ້ວ) ແລະປະຊາຊົນພ້ອມກັນລາດຕະເວນຢູ່ຫຼັກໝາຍຊາຍແດນເລກທີ 670 ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ. ພາບ: ໂດ໊ເຈື໊ອງ

ທ່ານພັນເອກພິເສດ ຫງວຽນຊວນຮວ່າ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫ້ວ ໃຫ້ຮູ້ວ່າ ບັນດາຄ້າຍທະຫານຊາຍແດນທາງບົກຂອງແຂວງແມ່ນຄຸ້ມຄອງຫຼັກໝາຍຊາຍແດນແຫ່ງຊາດ 32 ຫຼັກ ແລະ 7 ຈຸດຫຼັກໝາຍ. ໃນ 5 ປີຜ່ານມາ, ບັນດາຄ້າຍທະຫານຊາຍແດນທາງບົກໄດ້ສົມທົບກັບບັນດາກອງຮ້ອຍປ້ອງກັນຊາຍແດນຂອງປະເທດເພື່ອນ ຈັດຕັ້ງການລາດຕະເວນສອງຝ່າຍ; ພ້ອມກັນນັ້ນ, ຮັກສາການພົວພັນແຮກສ່ຽວລະຫວ່າງຄ້າຍ-ກອງຮ້ອຍປ້ອງກັນຊາຍແດນ ແລະບ້ານ-ບ້ານ, ຜ່ານນັ້ນຮັດແໜ້ນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານ, ນັກຮົບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ສອງຟາກຊາຍແດນ.

ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫ້ວ ກໍ່ໄດ້ເປັນເສນາທິການຕໍ່ການນຳທຸກຂັ້ນຢ່າງທັນການ, ຊ່ວຍເຫຼືອ ແລະໜູນຊ່ວຍວັດຖຸອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນ ແລະປະຊາຊົນບ້ານທີ່ຢູ່ຕິດກັບຊາຍແດນໂດຍກົງ ໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກພະຍາດໂຄວິດ-19, ໄພທຳມະຊາດ, ພາຍຸຝົນຕົກ...  ແຕ່ປີ 2016 ມາຮອດປະຈຸບັນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ຊ່ວຍເຫຼືອນັກຮຽນ 6 ຄົນຢູ່ 3 ບ້ານຕິດກັບຊາຍແດນດ້ວຍລະດັບການໜູນຊ່ວຍ 500.000 ດົ່ງ/ຄົນ/ເດືອນ ໃນໂຄງການ "ຊ່ວຍນ້ອງໄປໂຮງຮຽນ". ສຸກສາລາທະຫານ-ປະຊາຊົນຢູ່ເຂດຊາຍແດນ ກໍ່ໄດ້ຈັດຕັ້ງການກວດ ແລະປິ່ນປົວພະຍາດເບື້ອງຕົ້ນເປັນປະຈໍາ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນປະເທດເພື່ອນລາວ.

ໃນຊຸມປີຜ່ານມາ, ກອງບັນຊາການທະຫານແຂວງເທື່ອທຽນ-ເຫ້ວ ໄດ້ສົມທົບຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດຂອງແຂວງສາລະວັນ ແລະແຂວງເຊກອງ ເພື່ອຊອກຄົ້ນ, ທ້ອນໂຮມ, ຈັດພິທີສົ່ງຫຼາຍອັດຖິນັກຮົບເສຍສະຫຼະຊີວິດກັບຄືນບ້ານເກີດເມືອງນອນ, ປະເທດຊາດ. ສະເພາະໃນລະດູແລ້ງ 2021 – 2022, ບັນດາກົມກອງດຳເນີນການຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໄດ້ຈຳນວນ 16 ອັດຖິ ແລະສົ່ງກັບຄືນບ້ານເກີດເມືອງນອນ, ປະເທດຊາດ ແລະປົງອັດຖິໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນເຫ້ວ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມື

ຕາມທ່ານ ເຈິ່ນກົງຝູ ຫົວໜ້າພະແນກພົວພັນຕ່າງປະເທດແຂວງເທື່ອທຽນ-ເຫ້ວ ແລ້ວ ຈຸດພົ້ນເດັ່ນໃນການຮ່ວມມືລະຫວ່າງແຂວງເທື່ອທຽນ-ເຫ້ວ ກັບສອງແຂວງສາລະວັນ ແລະ ເຊກອງ ແມ່ນຂົງເຂດສາທາລະນະສຸກ, ການສຶກສາ ແລະບຳລຸງສ້າງ.

ນັບແຕ່ປີ 2002 ມາຮອດປະຈຸບັນ, ແຂວງເທື່ອທຽນ-ເຫ້ວ ໄດ້ບຳລຸງສ້າງພາສາຫວຽດ ແລະຫຼາຍຂະແໜງການຢູ່ມະຫາວິທະຍາໄລ ແລະວິທະຍາໄລໃຫ້ນັກສຶກສາລາວ ເກືອບ 1.250 ຄົນທີ່ມາຈາກແຂວງອັດຕະປື, ຈໍາປາສັກ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະນະຄອນຫຼວງວຽງຈັນ.

ທ່ານ ເຈິ່ນກົງຝູ ໃຫ້ຮູ້ວ່າ ປີ 2022, ແຂວງເທື່ອທຽນ-ເຫ້ວ ເລີ່ມສົມທົບກັບບັນດາທ້ອງຖິ່ນປະເທດເພື່ອນຈັດຕັ້ງຊຸດຝຶກອົບຮົມໃຫ້ພະນັກງານຂັ້ນຮາກຖານກ່ຽວກັບການຄຸ້ມຄອງລັດ. ໃນຖານະທີ່ເປັນສູນການແພດໃຫຍ່ຂອງພາກກາງ-ໄຕງວຽນ, ໃນຫຼາຍປີຜ່ານມາ, ໂຮງໝໍສູນກາງເຫ້ວ ຍັງໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດທາງດ້ານການແພດ ແລະທ່ານໝໍໃຫ້ແກ່ສອງແຂວງ, ຄື: ແຂວງສາລະວັນ ແລະແຂວງເຊກອງ ກໍ່ຄືຮັບໃຊ້ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ເຖິງຢ່າງໃດກໍໍ່ຕາມ, ການຮ່ວມມືດ້ານການລົງທຶນ ແລະການຄ້າເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນການພັດທະນາການຄ້າຢູ່ເຂດຊາຍແດນໃນປະຈຸບັນຍັງບໍ່ທັນສົມກັບການພົວພັນດ້ານການເມືອງລະຫວ່າງແຂວງເທື່ອທຽນ - ເຫ້ວ ກັບບັນດາທ້ອງຖິ່ນຊາຍແດນຂອງປະເທດເພື່ອນລາວ.

leftcenterrightdel
ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກ, ເຈົ້າແຂວງໆເຊກອງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ໃນການມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເທື່ອທຽນ-ເຫ້ວ ໃນເດືອນ ມິຖຸນາ 2022. ພາບ: ໂດ໊ເຈື໊ອງ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງເທື່ອທຽນ-ເຫ້ວ ໃນຕົ້ນເດືອນມິຖຸນາ 2022, ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກ, ເຈົ້າແຂວງໆເຊກອງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງເຊກອງ ແລະ ເທື່ອທຽນ - ເຫ້ວ ຈະມີການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ, ສາທາລະນະສຸກ, ການຄ້າຊາຍແດນ ແລະໜູນຊ່ວຍພື້ນຖານໂຄງລ່າງ ແລະພະລັງງານ ເພື່ອໃຫ້ສອງທ້ອງຖິ່ນສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດກວ່າອີກ.

ທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນ-ເຫ້ວ ຖືວ່າ ແຂວງເທື່ອທຽນ-ເຫ້ວ ແລະບັນດາທ້ອງຖິ່ນຊາຍແດນຂອງປະເທດເພື່ອນລາວ ຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ. ໃນໄລຍະຈະມາເຖິງ, ຝ່າຍຕ່າງໆຄວນສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ ແລະການທູດ, ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂດຊາຍແດນ, ເສດຖະກິດ, ວັດທະນະທຳ, ການສຶກສາ ແລະສາທາລະນະສຸກ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ໝັ້ນແກ່ນ ແລະຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເວົ້າລວມ.

ຕາມພະແນກພົວພັນຕ່າງປະເທດແຂວງເທື່ອທຽນ-ເຫ້ວ ແລ້ວ, ເພື່ອຕອບສະໜອງປີສາມັກຄີມິດຕະພາບຫວຽດນາມ-ລາວ 2022, ຄະນະຜູ້ແທນຂັ້ນສູງແຂວງເທື່ອທຽນ-ເຫ້ວ ຈະໄປຢ້ຽມຢາມ, ເຮັດວຽກ ແລະລົງນາມໃນບົດບັນທຶກຊ່ວຍຈຳກັບ 4 ແຂວງພາກກາງ ແລະພາກໃຕ້ຂອງລາວ ປະກອບມີ: ສາລະວັນ, ເຊກອງ, ສະຫວັນນະເຂດ, ຈໍາປາສັກ. ຜ່ານນັ້ນ, ເປີດກວ້າງ ແລະຍູ້ແຮງການຮ່ວມມືຮອບດ້ານ ແລະມີປະສິດທິຜົນກັບບັນດາທ້ອງຖິ່ນຂອງປະເທດເພື່ອນລາວ.

ໂດຍ: ທະນາພອນ