ຕ້ອນຮັບຄະນະມີທ່ານພັນເອກພິເສດ ເລວັນຖາຍ ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງເງະອານ ພ້ອມກັບຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງເງະອານ ແລະບັນດາຫ້ອງວິຊາສະເພາະ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ ມອບຂອງຂວັນ ແລະອວຍພອນປີໃໝ່ກອງບັນຊາການຕໍາຫຼວດແຂວງເງະອານ. ພາບ: cand.com.vn

ໃນບັນຍາກາດຕົ້ນລະດູບານໃໝ່, ທ່ານພັນໂທ ອຳພອນ ພັນມະຈັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບຕໍາຫຼວດແຂວງເງະອານ; ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ຕໍາຫຼວດສອງແຂວງຈະສືບຕໍ່ພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມື, ຮັດແໜ້ນສາຍພົວພັນສະໜິດຕິດແໜ້ນເພື່ອພ້ອມກັນປະຕິບັດໜ້າທີ່ໃຫ້ເປັນຢ່າງດີ.

ທ່ານພັນເອກພິເສດ ເລວັນຖາຍ ຂອບໃຈອາລົມຈິດອັນເລິກເຊິ່ງຂອງຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ ເວົ້າສະເພາະ ແລະກອງບັນຊາການ ປກສ ບັນດາແຂວງຂອງປະເທດເພື່ອນລາວ. ໃນໄລຍະຈະມາເຖິງ, ທ່ານປາດຖະໜາວ່າສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຍູ້ແຮງການຮ່ວມມືໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ສຸມໃສ່ແກ້ໄຂສະພາບຄວາມໝັ້ນຄົງຢູ່ຊາຍແດນ, ປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາປະເທດຊາດ.

ໂດຍ: ຈາງຫງວຽນ