ການສົ່ງຄູອາຈານໄປສອນພາສາຫວຽດນາມ ຢູ່ປະເທດລາວແມ່ນອີງຕາມໂຄງການ “ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດໃນປີ 2021-2030”; ແຜນການຮ່ວມມືປີ 2021 ລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສາທິການ ແລະກິລາລາວ.

leftcenterrightdel
ພາບປະກອບຄັດຈາກ: giaoduc.net.vn.

ເພື່ອເຂົ້າຮ່ວມສະໝັກ, ຜູ້ສະໝັກຕ້ອງແມ່ນຄູອາຈານຫວຽດນາມ ທີ່ພວມສິດສອນຢູ່ຮາກຖານການສຶກສາຂັ້ນມະຫາວິທະຍາໄລ; ມັດທະຍົມ; ຄູອາຈານທີ່ເຄີຍສິດສອນພາສາຫວຽດຢູ່ລາວ. ຄູອາຈານທີ່ໄດ້ຮັບການຄັດເລືອກຈາກກະຊວງສຶກສາ ແລະກໍ່ສ້າງ ຈະໄດ້ຮັບເງິນເດືອນ 720 ໂດລາສະຫະລັດ/ເດືອນ, ປະກັນສຸຂະພາບ, ຄ່າປີ້ຍົນໄປ-ກັບຕໍ່ໜຶ່ງອາຍຸການປະຕິບັດງານ. ໃນອາຍຸການປະຕິບັດງານຈະໄດ້ພັກແລ້ງ, ພັກວັນບຸນເຕັດຕາມຂໍ້ກໍານົດຂອງຝ່າຍລາວ.

ຜູ້ສະໝັກແມ່ນໃຫ້ສົ່ງສໍາເນົາເອກະສານໂດຍທາງໄປສະນີເຖິງກົມຮ່ວມມືສາກົນ, ກະຊວງສຶກສາ ແລະກໍ່ສ້າງ ກ່ອນວັນທີ 22 ກໍລະກົດ. ຜູ້ໄດ້ຮັບສະໝັກທາງກະຊວງສຶກສາ ແລະກໍ່ສ້າງຈະແຈ້ງຕອບ, ແນະນໍາວິທີເຮັດລະບຽບການຕໍ່ໄປເພື່ອຈັດສົ່ງໄປສິດສອນຢູ່ລາວ.

ໂດຍ: ທະນາພອນ