ວິສາຫະກິດລາວ ສະໜັບສະໜູນກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ
ກປ.ອອນໄລ - ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ຕ້ານພະຍາດໂຄວິດ-19, ຕອນເຊົ້າວັນທີ 10 ມິຖຸນາ, ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ (ລາວ) ໄດ້ບໍລິຈາກເງິນສົດ ແລະວັດຖຸດ້ວຍມູນຄ່າທັງໝົດ 1 ລ້ານໂດລາສະຫະລັດໃຫ້ແກ່ກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.