ແຕ່ວັນທີ 11-13 ພຶດສະພາ, ຄະນະແພດໝໍຫວຽດນາມ ໄດ້ມີການເຮັດວຽກຢູ່ພະແນກສາທາລະນະສຸກແຂວງ ຈໍາປາສັກ ແລະປຶກສາຫາລືກ່ຽວກັບມາດຕະການທີ່ໄດ້ຜັນຂະຫຍາຍ ແລະກໍາລັງຜັນຂະຫຍາຍໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງແຂວງ; ພ້ອມທັງປຶກສາຫາລືກ່ຽວກັບບັນຫາການເຂົ້າເມືອງ, ແຍກປ່ຽວ; ແບ່ງປັນປະສົບການ, ບົດຮຽນຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ດ່ານັ້ງ-ກວ໋າງນາມ-ກວ໋າງຫງາຍ; ບົດຮຽນໃນການກວດຫາເຊື້ອພະຍາດໂຄວິດ-19 ໃນຊຸມຊົນຂອງຫວຽດນາມ... ຕໍ່ໜ້າສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ແຂວງຈໍາປາສັກ, ຄະນະແພດໝໍຂອງກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງອອກເປັນ 2 ກຸ່ມ: ປ້ອງກັນ ແລະຄຸ້ມຄອງການປິ່ນປົວ.

leftcenterrightdel
ປອ.ທ່ານໝໍ ເວືອງແອັງເຢືອງ, ຮອງຫົວໜ້າກົມຄຸ້ມຄອງການປິ່ນປົວພະຍາດ (ກະຊວງສາທາລະນະສຸກຫວຽດນາມ), ຫົວໜ້າຄະນະປະຕິບັດງານຂອງກະຊວງສາທາລະນະສຸກຫວຽດນາມຢູ່ລາວ ກ່າວຄໍາເຫັນທີ່ການເຮັດວຽກລະຫວ່າງຄະນະກັບຜູ້ຕາງໜ້າການນໍາກະຊວງສາທາລະນະສຸກ ລາວ ແລະຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ຢູ່ແຂວງຈໍາປາສັກ. ພາບ: nhandan.com.vn

ປັດຈຸບັນ, ກຸ່ມຄຸ້ມຄອງການປິ່ນປົວໄດ້ລົງກວດກາສະພາບການຕົວຈິງຢູ່ຕາມໂຮງໝໍແຂວງຈໍາປາສັກ, ໂຮງໝໍເມືອງໂພນທອງ, ໂຮງໝໍຊົ່ວຄາວ (ນະຄອນປາກເຊ); ໂຮງໝໍ 106 (ນະຄອນປາກເຊ) ກ່ຽວກັບແຜນການຮັບມືເມື່ອມີການລະບາດຂອງເຊື້ອພະຍາດ COVID-19; ວຽກງານຄັດກອງ, ແຍກຄົນເຈັບທີ່ກໍາລັງປິ່ນປົວ; ວຽກງານບົ່ງມະຕິ/ແນະນໍາການປິ່ນປົວ ແລະວິທີການປິ່ນປົວທີ່ກໍາລັງນໍາໃຊ້ໃນປັດຈຸບັນ... ສ່ວນກຸ່ມປ້ອງກັນກໍ່ໄດ້ລົງກວດກາສະພາບການຕົວຈິງຢູ່ບ້ານໂພນສະຫວັນ ເຊິ່ງເປັນບ່ອນທີ່ຊຸມຊົນຕິດເຊື້ອຫຼາຍຄົນ, ລົງກວດກາສູນຈໍາກັດບໍລິເວນ, ສູນກວດຫາເຊື້ອພະຍາດ, ສູນສັກວັກຊິນປ້ອງກັນພະຍາດບາງແຫ່ງ ແລະສຸຂະອະນາໄມສິ່ງແວດລ້ອມ. ພ້ອມທັງໜູນຊ່ວຍຍົກສູງກໍາລັງວິເຄາະ, ເຊື່ອມຕໍ່ໜູນຊ່ວຍການປິ່ນປົວ, ແນະນໍາການແກ້ໄຂເມື່ອມີການລະບາດຂອງເຊື້ອພະຍາດ COVID-19.

leftcenterrightdel
ການລາຍງານຜົນການເຮັດວຽກເບື້ອງຕົ້ນຂອງຄະນະກັບພະນັກງານປະຈໍາການ ແລະການນໍາຂອງໂຮງໝໍຊົ່ວຄາວ (ສະຖານທີ່ເກົ່າຂອງໂຮງໝໍໂພນທອງ). ພາບ: nhandan.com.vn.

ຜ່ານການລົງກວດກາສະພາບການຕົວຈິງຢູ່ທ້ອງຖິ່ນ, ສໍາລັບວຽກງານຮັກສາປິ່ນປົວ, ຄະນະຊ່ຽວຊານແພດໝໍຂອງກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີ ແລະແນະນຳສະຖານທີ່ການແພດຕ່າງໆ ເພື່ອສ້າງແຜນການລວມຂອງຄະນະສະເພາະກິດ ເພື່ອສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ແຕ່ລະຂັ້ນ, ຕ້ອງມີແຜນຕອບສະໜອງທີ່ສອດຄ່ອງກັບລະດັບຕ່າງໆຂອງການລະບາດທີ່ຈະເກີດຂຶ້ນ; ທາງເຂົ້າປະຕູໂຮງໝໍ ຄວນມີປ້າຍເຕືອນບ່ອນທີ່ກຳລັງປິ່ນປົວ COVID-19 ເພື່ອບໍ່ໃຫ້ປະຊາຊົນເຂົ້າໄປໂດຍພາລະການ ແລະມີເສັ້ນລວດສີເຫລືອງມັດໃສ່ປະຕູທາງເຂົ້າໂຮງໝໍ; ຕິດຕັ້ງກ້ອງວົງຈອນປິດໃນຫ້ອງປິ່ນປົ່ວຄົນເຈັບ ແລະປະຕູໂຮງໝໍ ເພື່ອຕິດຕາມຄົນເຈັບຢ່າງສະດວກ ແລະ ຕິດຕາມເມື່ອຄົນເຂົ້າ-ອອກໂຮງໝໍ ໂດຍພາລະການ; ຕັ້ງປ້ອມຍາມຢູ່ປະຕູເຂົ້າເພື່ອຄວບຄຸມຄົນເຂົ້າອອກ ແລະໃນກໍລະນີສຸກເສີນສາມາດແນະນຳແຍກຄົນເຈັບ; ປະກອບເຄື່ອງພົ່ນຢາຂ້າເຊື້ອສຳລັບລົດທີ່ເຂົ້າອອກ ແລະສົ່ງຄົນເຈັບອອກຈາກໂຮງໝໍ; ມີການແຍກເສັ້ນທາງ, ແນະນຳລະອຽດ ເພື່ອໃຫ້ລົດສຸກເສີນສາມາດປະຕິບັດຕາມຄຳແນະນຳໃນການສົ່ງຄົນເຈັບເຂົ້າໄປເຂດປິ່ນປົວ. ນອກຈາກນີ້, ຄະນະຍັງໄດ້ແນະນຳໃຫ້ທ້ອງຖິ່ນ ຕ້ອງເຊື່ອມຕໍ່ລະບົບເຕັກໂນໂລຢີຂໍ້ມູນຂ່າວສານທາງໄກ ເພື່ອເຊື່ອມຕໍ່ການປຶກສາຫາລືກັບໜ່ວຍງານໂຮງໝໍແຂວງອື່ນໆ ແລະລາຍງານຜົນໄດ້ຮັບປະຈຳວັນ; ຕ້ອງການເພີ່ມຊັບພະຍາກອນມະນຸດ ເພື່ອການປິ່ນປົວຜູ້ຕິດເຊື້ອ COVID-19, ມີຄຳແນະນຳໃນການແກ້ໄຂການຕິດເຊື້ອໃນການປິ່ນປົວຄົນເຈັບ COVID-19... 

leftcenterrightdel
ຄະນະແພດໝໍຫວຽດນາມ ລົງກວດກາສາງວັດຖຸອຸປະກອນການແພດ, ສາງການຢາຂອງໂຮງໝໍຢູ່ລາວ. ພາບ: nhandan.com.vn.

ສໍາລັບຂົງເຂດປ້ອງກັນພະຍາດ, ຄະນະຜູ້ແທນຊ່ຽວຊານກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີ ແລະແບ່ງປັນວິທີແກ້ໄຂເພື່ອປັບປຸງຄວາມສາມາດໃນການວິເຄາະກວດຫາເຊື້ອ ເຊັ່ນ: ການວິເຄາະຕົວຢ່າງທີ່ລວບລວມເພື່ອເພີ່ມຄວາມສາມາດ ແລະຈຳນວນຕົວຢ່າງທີ່ຖືກວິເຄາະຫາເຊື້ອ; ຝຶກອົບຮົມສະມາຊິກຂອງຄະນະສະເພາະກິດ ເພື່ອສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19  ຢູ່ໃນບ້ານກ່ຽວກັບຂັ້ນຕອນໃນການກວດກາ ແລະຕິດຕາມຜູ້ທີ່ສົງໃສວ່າຕິດເຊື້ອ COVID-19 ຢູ່ໃນເຂດກັກກັນ. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ທ້ອງຖິ່ນສ້າງຕັ້ງ ແລະຝຶກອົບຄະນະສະເພາະກິດ ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ຢູ່ໃນບ້ານ ແລະໝູ່ບ້ານໃນແຕ່ລະເຂດ; ຂະຫຍາຍ ແລະນຳໃຊ້ໃບປິ່ວໂຄສະນາກ່ຽວກັບການປ້ອງກັນ ແລະຕ້ານພະຍາດ COVID-19 ພາຍໃຕ້ການຊີ້ນຳຂອງກະຊວງສາທາລະນະສຸກລາວ ແລະ ຄຳແນະນຳສະເພາະ ສຳລັບກຸ່ມເຝົ້າລະວັງ ແລະກຸ່ມສ່ຽງ; ການເກັບຮັກສາຂໍ້ມູນກ່ຽວກັບຜູ້ທີ່ໄດ້ຮັບການສັກຢາວັກຊິນ COVID-19 ຢູ່ໃນບ້ານ ເພື່ອການເຜີຍແຜ່ໂຄ ສະນາສ້າງຄວາມເຂັ້ມແຂງ ໃຫ້ວຽກງານສັກຢາວັກຊິນ ແລະຕິດຕາມຜູ້ທີ່ໄດ້ຮັບການສັກຢາວັກແຊງ; ເພີ່ມທະວີການຕິດຕາມກວດກາ, ໃຫ້ຄວາມຊ່ວຍເຫລືອບັນດາແຂວງ, ນະຄອນໃນເຂດ ທີ່ຖືກລ໋ອກດາວ ແລະ ການຕິດຕາມຢູ່ໃນຊຸມຊົນ.

ນອກຈາກນັ້ນ, ໃນວັນທີ 14-15 ພຶດສະພາ ຄະນະຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກຫວຽດນາມ ສືບຕໍ່ສຳຫລວດສະພາບຕົວຈິງຢູ່ບັນດາທ້ອງຖິ່ນ ທີ່ສອງຝ່າຍໄດ້ຕົກລົງເຫັນດີໃນການສ້າງແຜນການເຮັດວຽກ. ໃນວັນທີ 15 ພຶດສະພາ, ຄະນະຜູ້ແທນ ໄດ້ຈັດກອງປະຊຸມກັບການນໍາພະແນກສາທາລະນະສຸກ, ການນຳ ແລະພະນັກງານວິຊາການຂອງສະຖານການແພດຈຳນວນໜຶ່ງ ທີ່ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະເຮັດວຽກນໍາ. ພ້ອມດຽວກັນນີ້, ເຮັດວຽກຮ່ວມກັບການນຳຂອງການປົກຄອງແຂວງຈຳປາສັກ ເພື່ອແລກປ່ຽນບັນດາມາດຕະການສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ສຳລັບຄົນເຂົ້າເມືອງ; ມາດຕະການສະກັກກັ້ນ ແລະຄວບຄຸມການຕິດເຊື້ອ SARS-CoV-2 ໃນຊຸມຊົນ; ມາດຕະການໃນການເຜີຍແຜ່ໂຄສະນາ ເພື່ອສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດ COVID-19; ແນະນຳຂັ້ນຕອນການຈັດການບັນທຶກທາງການແພດ; ເງື່ອນໄຂການອອກໂຮງໝໍສຳລັບຄົນເຈັບທີ່ກຳລັງຮັບການປິ່ນປົວ ພະຍາດ COVID -19.

ໂດຍ: ໄຊຊະນະ