leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານພິທີປຸກລະດົມວັນບຸນປູກຕົ້ນໄມ້ ໂດຍກະຊວງປ້ອງກັນປະເທດ ຈັດຕັ້ງ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີປຸກລະດົມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັ້ກວ່າ ໂດຍປະຕິບັດແຜນນະໂຍບາຍຂອງພັກ, ລັດ ແລະການຊີ້ນໍາຂອງນາຍົກ ລັດຖະມົນຕີ, ແຕ່ລະປີ, ບັນດາອົງການ, ກົມກອງໃນກອງທັບ ໄດ້ຈັດຕັ້ງ “ບຸນເຕັດປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈີມິນ ຕະຫຼອດໄປ” ໃນບໍລິເວນຄ້າຍທະຫານ, ປູກປ່າໃນເນື້ອທີ່ທີ່ກົມກອງຄຸ້ມຄອງ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງເພື່ອບົວລະບັດ, ປົກປັກຮັກສາປ່າ, ຕົ້ນໄມ້ຂຽວ.

leftcenterrightdel
ບັນດາກໍາລັງຕອບສະໜອງພິທີປຸກລະດົມ. ພາບ: qdnd.vn

ເພື່ອໃຫ້ຂະບວນການປູກຕົ້ນໄມ້ໃນທົ່ວກອງທັບ ສືບຕໍ່ແຜ່ຂະຫຍາຍ, ບັນລຸປະສິດທິຜົນສູງ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ຄະນະພັກ, ຜູ້ບັນຊາການທຸກຂັ້ນ ສືບຕໍ່ໂຄສະນາ, ສຶກສາອົບຮົມໃຫ້ທະຫານ ປະຕິບັດຄໍາສັ່ງ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແລະບັນດາຄໍາສັ່ງ, ແຜນການຂອງກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ. ບົນພື້ນຖານແຜນການສັງລວມ 5 ປີ, ໄລຍະ 2021-2025, ແຕ່ລະປີ, ບັນດາອົງການ, ກົມກອງ ກວດກາຄືນ, ວາງແຜນຜັງເນື້ອທີ່ດິນ, ດັດປັບແຜນການປູກຕົ້ນໄມ້, ປູກປ່າ ແລະປົກປັກຮັກສາ, ບົວລະບັດຕົ້ນໄມ້.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມການປູກຕົ້ນໄມ້ໃນບໍລິເວນກໍ່ສ້າງຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ. ພາບ: qdnd.vn

ໃນບັນຍາກາດຟົດຟື້ນມ່ວນຊື່ນຂອງຊຸມວັນຕົ້ນລະດູບານໃໝ່ ປີເຖາະ, ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ຂະບວນການປູກຕົ້ນໄມ້, ປູກປ່າຂອງທົ່ວກອງທັບຈະຮັບໝາກຜົນທີ່ດີ, ປະຕິບັດສໍາເລັດແຜນການປູກຕົ້ນໄມ້ເກືອບ 3,2 ລ້ານຕົ້ນ ແລະປູກປ່າເກືອບ 2.200ha ໃນປີ 2023, ປະຕິບັດສໍາເລັດໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ “ເພື່ອຫວຽດນາມສີຂຽວ” ໂດຍນາຍົກລັດຖະມົນຕີ ປຸກລະດົມ.

ພາຍຫຼັງພິທີປຸກລະດົມ, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍບັນດາຜູ້ແທນໄດ້ພ້ອມກັນປູກຕົ້ນໄມ້ນັບຮ້ອຍຕົ້ນ ໃນບໍລິເວນຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ.

ໂດຍ: ທູຈາງ