ເມື່ອຮັບຂອງຂວັນທີ່ມີຄວາມໝາຍໂດຍຄ້າຍທະຫານຊາຍແດນ ລໍ່ງໍ່ (ທະຫານຊາຍແດນແຂວງ ໄຕນິງ) ມອບໃຫ້, ແມ່ເຖົ້າ ຕຽວທິເວິນ, ອາຍຸ 80 ປີ, ດຳລົງຊີວິດຢູ່ຕາແສງ ຮວ່າຮຽບ, ເມືອງ ເຕິນບຽນ (ໄຕນິງ) ຮູ້ສຶກມ່ວນຊື່ນຫຼາຍ: “ໂດຍເຂົ້າໃຈຄວາມຫຍຸ້ງຍາກຂອງປະຊາຊົນຢູ່ເຂດຊາຍແດນ, ທະຫານຊາຍແດນຍາມໃດກໍ່ເອົາໃຈໃສ່ລະດົມກໍາລັງໃຈ, ມອບຂອງຂວັນ, ໜູນຊ່ວຍພໍ່ແມ່ປະຊາຊົນໃນຍາມຕົກທຸກໄດ້ຍາກ. ນ້ຳໃຈດັ່ງກ່າວປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີລະຫວ່າງກອງທັບ ແລະປະຊາຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ”.

ແຂວງ ໄຕນິງ ມີຊາຍແດນຕິດຈອດກັບລາຊະອານາຈັກກຳປູເຈຍ ຍາວ 240 ກິໂລແມັດ ມີ 21 ຊົນເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ຮ່ວມກັນ, ສ່ວນຫຼາຍແມ່ນຊົນເຜົ່າ ຂະແມ. ຊາບຊຶມແຜນນະໂຍບາຍຂອງຄະນະພັກແຂວງ ໄຕນິງ ເພີ່ມທະວີການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາຕາແສງຊາຍແດນ, ກໍ່ສ້າງຊົນນະບົດໃໝ່ແມ່ນໜ້າທີ່ຈຸດສຸມ, ບຸລິມະສິດສູງສຸດ, ໃນຊຸມປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງ ໄດ້ຊີ້ນໍາບັນດາອົງການ, ກົມກອງເປັນປະຈໍາ, ເປັນຕົ້ນແມ່ນບັນດາຄ້າຍທະຫານຊາຍແດນຢູ່ເຂດຊາຍແດນປະຕິບັດວຽກງານຂົນຂວາຍມະຫາຊົນເປັນຢ່າງດີ, ໃກ້ຊິດຕິດແທດກັບຮາກຖານ, ຮ່ວມເດີນທາງກັບປະຊາຊົນຢູ່ລຽບຕາມຊາຍແດນ ແລະຊາວເຜົ່າສ່ວນໜ້ອຍ; ຜັນຂະຫຍາຍການປະຕິບັດບັນດາຮູບແບບ, ຂະບວນການ, ໂຄງການຢ່າງມີປະສິດທິຜົນ, ຄື: “ລະດູບານໃໝ່ຢູ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ”, “ງານບຸນເດືອນເພງຢູ່ເຂດຊາຍແດນ”, “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຄ້າຍທະຫານຊາຍແດນ”, “ທະຫານຊາຍແດນຮ່ວມແຮງຮ່ວມໃຈ ເພື່ອຜູ້ທຸກຍາກ, ບໍ່ໃຫ້ມີຜູ້ໃດຕົກຄ້າງຢູ່ເບື້ອງຫຼັງ”...

leftcenterrightdel
ຜູ້ຕາງໜ້າຄ້າຍທະຫານຊາຍແດນ ເຟືອກເຕິນ ມອບຂອງຂວັນໃຫ້ຄອບຄົວທຸກຍາກ, ຊາວເຜົ່າສ່ວນໜ້ອຍຢູ່ເມືອງ ເຈົາແທ່ງ. ພາບ: ແທງເຮິນ

ສະເພາະການ “ລະດູບານໃໝ່ຢູ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ” ກອງບັນຊາການທະຫານຊາຍແດນແຂວງ ແລະບັນດາຄ້າຍທະຫານຊາຍແດນສັງກັດຈັດຕັ້ງໃນໂອກາດບຸນປີໃໝ່ປະຈຳຊາດຂອງແຕ່ລະປີ ຢູ່ 20 ຕາແສງຂອງ 5 ເມືອງ, ເທດສະບານຊາຍແດນ ລວມມີ: ເຕີນບຽນ, ເຕີນເຈົາ, ເບັນເກົາ, ເຈົາແທ່ງ ແລະເທດສະບານ ຈ່າງບາງ. ເນື່ອງໃນໂອກາດບຸນປີໃໝ່ ກະເສັງ 2025, ກອງບັນຊາການທະຫານຊາຍແດນແຂວງໄຕນິງ ໄດ້ມອບຂອງຂວັນກວ່າ 3.000 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວຊົນເຜົ່າສ່ວນໜ້ອຍ; ມອບທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” 200 ທຶນ ເພື່ອໜູນຊ່ວຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງຊາຍແດນ...

ທ່ານພັນເອກ ຫວໍ້ຮວ່າຍແທງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານເຟືອກເຕິນ ແບ່ງປັນວ່າ: ອີງຕາມຄວາມສາມາດ, ເງື່ອນໄຂຕົວຈິງ, ບັນດາຄ້າຍທະຫານຊາຍແດນ ຕັ້ງໜ້າສົມທົບກັບບັນດາທ້ອງຖິ່ນຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ” ເພື່ອໜູນຊ່ວຍ, ລະດົມກໍາລັງໃຈປະຊາຊົນ. ບຸນເຕັດຜ່ານມານີ້, ຄ້າຍທະຫານຊາຍແດນ ດ່ານເຟືອກເຕິນ ໄດ້ສົມທົບກັບຄະນະກຳມະການປະຊາຊົນ 3 ຕາແສງ, ຄື: ຮວ່າໂຮ້ຍ, ຮ່ວາແທ່ງ ແລະແທງລອງ (ທັງໝົດຂຶ້ນກັບເມືອງ ເຈົາແທ່ງ) ມອບຂອງຂວັນ 200 ພູດ ໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຊາວເຜົ່າສ່ວນໜ້ອຍ; ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ 2 ຄົນ, ຜູ້ອາຍຸສູງທີ່ມີຊື່ສຽງຂອງຊາວເຜົ່າ ຂະແມ 3 ຄົນ ແລະນັກຮຽນ 5 ຄົນ ໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”.

ທ່ານ ເຈືອງວັນຮ່ວານ, ເລຂາພັກເມືອງ ເຈົາແທ່ງ ໃຫ້ຮູ້ວ່າ: ເສີມຂະຫຍາຍມູນເຊື້ອ, ຄຸນນະທາດຂອງທະຫານລຸງໂຮ່, ນອກຈາກໜ້າທີ່ວິຊາສະເພາະແລ້ວ, ທະຫານຊາຍແດນແຂວງ ໄຕນິງ ເວົ້າລວມ ແລະຄ້າຍທະຫານຊາຍແດນ ເຟືອກເຕິນ ເວົ້າສະເພາະຍາມໃດກໍ່ສຸດຈິດສຸດໃຈເພື່ອປະຊາຊົນ, ປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມກໍ່ສ້າງເຂດຊາຍແດນຢ່າງປອດໄພ, ໝັ້ນຄົງເຂັ້ມແຂງເປັນຢ່າງດີ; ພ້ອມກັນນັ້ນ, ພ້ອມທັງສະໜິດຕິດພັນກັບປະຊາຊົນຜ່ານຫຼາຍລາຍການ, ການເຄື່ອນໄຫວທີ່ມີປະໂຫຍດ, ປະກອບສ່ວນເຂົ້າໃນການພັດທະນາສະຫວັດດີການສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນໃຫ້ນັບມື້ນັບຢູ່ເຢັນເປັນສຸກ ແລະອິ່ມນຳສຳລານ.

ໂດຍ: ຈາງຫງວຽນ