ໃນຫຼາຍປີຜ່ານມາ, ແພດໝໍ ຫງວຽນວັນກວກຈີ້ ໄດ້ປິ່ນປົວໃຫ້ຜູ້ກິນເຫັດພິດ, ໃບງ້ວນ, ຜູ້ຖືກເຜິ້ງກັດ, ງູພິດກັດ, ອອກລູກກາງທາງ... ຫຼາຍຄົນ. ບັນດາວຽກທີ່ມີຄວາມໝາຍນັ້ນຂອງແພດໝໍ ຫງວຽນວັນກວກຈີ້ ສະແດງໃຫ້ເຫັນອາລົມຈິດ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈອັນເລິກເຊິ່ງໃຫ້ປະຊາຊົນຢູ່ເຂດຊາຍແດນ.

ເກືອບ 20 ປີທີ່ສະໜິດຕິດພັນກັບເຂດຊາຍແດນ, ພັນຕີ, ແພດໝໍ ຫງວຽນວັນກວກຈີ໊ ພ້ອມກັບພະນັກງານຄ້າຍທະຫານຊາຍແດນ Tr’hy, ເມືອງໄຕຢາງ ໄດ້ຂົນຂວາຍ, ໂຄສະນາໃຫ້ພໍ່ແມ່ປະຊາຊົນຊາວເຜົ່າເກີຕູ ຍົກສູງຄວາມຮັບຮູ້ກ່ຽວກັບຜົນຮ້າຍຈາກການເຊື່ອຖືງົມງວາຍ, ຄ່ອງໆລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງໃນວົງຄະນາຍາດ.

leftcenterrightdel
ພັນຕີ, ແພດໝໍ ຫງວຽນວັນກວກຈີ້ ກວດພະຍາດໃຫ້ປະຊາຊົນ. ພາບ: vov.vn

ໂດຍໄດ້ຮັບການກຳເນີດ ແລະເຕີບໃຫຍ່ຢູ່ເມືອງນຸ໋ຍແທ່ງ, ແຂວງກວ໋າງນາມ. ພາຍຫຼັງຮຽນຈົບມະຫາວິທະຍາໄລການແພດການຢາເຫວ້ (ມະຫາວິທະຍາໄລເຫວ້), ແພດໝໍ ຫງວຽນວັນກວກຈີ້ ມາເຮັດວຽກຢູ່ຄ້າຍທະຫານຊາຍແດນ ດັກ ປຣິງ (ເມືອງນາມຢາງ). ຮອດເດືອນພຶດສະພາ 2021, ແພດໝໍ ຈີ້ ໄດ້ຍ້າຍມາເຮັດວຽກຢູ່ຫ້ອງກວດພະຍາດທະຫານ ແລະປະຊາຊົນ AXan ຄ້າຍທະຫານຊາຍແດນ Tr’hy, ເມືອງໄຕຢາງ, ກວດ, ປິ່ນປົວພະຍາດໃຫ້ປະຊາຊົນ 4 ຕາແສງຊາຍແດນຂອງໄຕຢາງ ແລະບາງບ້ານຊາຍແດນຂອງປະເທດເພື່ອນລາວ.

ບໍ່ວ່າເວລາໃດ, ເມື່ອມີຄົນໃນບ້ານເຈັບເປັນ, ໂລກໄພໄຂ້ເຈັບ, ກິນເຫັດພິດ, ໃບງ້ວນ, ຖືກເຜິ້ງກັດ, ງູພິດກັດ, ໂດຍສະເພາະແມ່ນຄົນເຈັບທ້ອງອອກລູກ... ພໍ່ແມ່ປະຊາຊົນລ້ວນແຕ່ເຊື່ອໝັ້ນ, ໄປຫາແພດໝໍ ຫງວຽນວັນກວກຈີ້. ຫວ່າງມໍ່ໆມານີ້, ໃນຍາມກາງຄືນຂອງລະດູໜາວ, ເມື່ອໄດ້ຮັບຂ່າວມີແມ່ຍິງຊາວເຜົ່າເກີຕູ ຄົນໜຶ່ງ ບົນເສັ້ນທາງໄປອອກລູກ  ແຕ່ຖົງນ້ຳຄາວປາແຕກ, ເຈັບທ້ອງແຮງ ບໍ່ສາມາດນັ່ງລົດຈັກໄປຍັງຫ້ອງກວດພະຍາດຕໍ່ໄປໄດ້. ແພດໝໍ ຫງວຽນວັນກວກຈີ້ ພ້ອມກັບເພື່ອນຮ່ວມອາຊີບ ໄດ້ຟ້າວໄປບ່ອນແກ້ໄຂຢູ່ກັບທີ່ຢ່າງທັນການ, ເດັກຍິງໄດ້ກຳເນີດ, ທັງສອງແມ່ລູກ ລ້ວນແຕ່ແຂງແຮງຢູ່.

leftcenterrightdel
ແພດໝໍ ຫງວຽນວັນກວກຈີ້ ຊ່ວຍເອົາລູກອອກ ໃຫ້ແມ່ຍິງທີ່ອອກລູກ ຢູ່ແຄມທາງໃນຍາມກາງຄືນ. ພາບ: vov.vn

ຄວາມຊົງຈໍາຕໍ່ຊຸມປີທີ່ເຮັດວຽກຢູ່ເຂດຊາຍແດນຂອງແພດໝໍ ຫງວຽນວັນກວກຈີ້ ແລະເພື່ອນຮ່ວມອາຊີບ ນັບມື້ນັບຫຼາຍ. ແພດໝໍ ຫງວຽນວັນກວກຈີ້ ແບ່ງປັນວ່າ: “ບ່ອນທີ່ກົມກອງຕັ້ງທັບ ແມ່ນຢູ່ຕາແສງ AXan ເຂດພູສູງຂອງ ເມືອງໄຕຢາງ, ແຂວງກວ໋າງນາມ, ປະຊາຊົນຢູ່ທີ່ນີ້ ລ້ວນແຕ່ແມ່ນຊາວເຜົ່າເກີຕູ, ເງື່ອນໄຂເສດຖະກິດ ແລະຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນຍັງຈໍາກັດຢູ່ ສະນັ້ນຍັງມີຮີດຄອງປະເພນີທີ່ຫຼ້າຫຼັງ. ພວກຂ້າພະເຈົ້າ ໄດ້ບຸລິມະສິດເປັນພິເສດແກ່ວຽກງານໂຄສະນາ ແລະຂົນຂວາຍປະຊາຊົນຄ່ອງໆລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງ, ຈາກນັ້ນສະຕິຂອງພໍ່ແມ່ປະຊາຊົນ ຄ່ອງໆໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ.

ທ່ານ Bling Mưr ຢູ່ບ້ານ A Banh 1, ຕາແສງ Tr'hy, ເມືອງໄຕຢາງ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ແພດໝໍ ຫງວຽນວັນກວກຈີ້ ຍາມໃດກໍແນະນໍາຢ່າງສຸດຈິດສຸດໃຈ, ຖືຄົນເຈັບຄືຄົນໃນຄອບຄົວ. ບາງຄັ້ງບາງຄາວ ແພດໝໍ ຈີ້ ໄດ້ຂ້າມຫ້ວຍໄປຍັງບ້ານເພື່ອປິ່ນປົວພະຍາດໃຫ້ຄົນເຈັບ, ຄົນເຖົ້າແກ່ປະສົບຄວາມຫຍຸ້ງຍາກແຕ່ບໍ່ມີເງື່ອນໄຂໄປປິ່ນປົວພະຍາດຢູ່ໂຮງໝໍໃຫຍ່. ນອກຈາກກວດ, ປິ່ນປົວພະຍາດແລ້ວ, ແພດໝໍ ຈີ້ ຍັງແນະນໍາວິທີນຳໃຊ້ວິທີຄຸມກໍາເນີດໃຫ້ແກ່ຄູ່ຜົວເມຍກ່ຽວກັບວຽກງານສະກັດກັ້ນ ແລະຕ້ານໂລກລະບາດ”.

leftcenterrightdel
ພັນເອກ ບຸ່ຍວັນດຶກ ຫົວໜ້າຄ້າຍທະຫານຊາຍແດນ Tr'hy. ພາບ: vov.vn

ສະເລ່ຍແຕ່ລະປີ, ຫ້ອງກວດພະຍາດທະຫານ ແລະປະຊາຊົນ AXan ຮັບເອົາຄົນເຈັບແຕ່ 6.000 ຫາ 8.000 ເທື່ອຄົນຂຶ້ນກັບ 4 ຕາແສງເມືອງໄຕຢາງ, ແຂວງກວ໋າງນາມ ແລະບັນດາບ້ານຊາຍແດນຂອງເມືອງກະລືມ, ແຂວງເຊກອງ, ປະເທດລາວ ມາກວດ ແລະປິ່ນປົວພະຍາດ. ແຕ່ປີ 2016 ມາຮອດປັດຈຸປັນ, ຫ້ອງກວດພະຍາດ ໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດທີ່ນັບມື້ນັບໃຫຍ່ກວ່າ, ຕິດຕັ້ງອຸປະກອນການແພດທີ່ທັນສະໄໝ ຄື: ເຄື່ອງເອັກສະເລ (X-quang) ດີຈີຕອນ, ເຄື່ອງວິໄຈຊີວະເຄມີອັດຕະໂນມັດ, ເຄື່ອງຜະລິດອົກຊີແຊນອັດຕິໂນມັດ, ຕຽງນອນ 10 ໜ່ວຍ ແລະລົດສຸກເສີນ.

ພັນເອກ ບຸ່ຍວັນດຶກ  ຫົວໜ້າຄ້າຍທະຫານຊາຍແດນ Tr'hy ໃຫ້ຮູ້ວ່າ: “ສະຫາຍ ຫງວຽນວັນກວກຈີ້ ແມ່ນຜູ້ມີຄວາມຮັບຜິດຊອບ ແລະເປັນແບບຢ່າງຂອງກໍາລັງທະຫານຊາຍແດນແຂວງ ເວົ້າລວມ ກໍຄື ຂອງກົມກອງເວົ້າສະເພາະ. ປະຊາຊົນຢູ່ທີ່ນີ້ມີຄວາມຮັບຮູ້ຍັງຈໍາກັດຢູ່, ຍ້ອນເງື່ອນໄຂພື້ນຖານວັດຖຸ, ການໄປມາຍັງປະສົບຄວາມຫຍຸ້ງຍາກ, ຖ້າຫາກພະຍາບານສຸກເສີນບໍ່ທັນ ແລະຕ້ອງຂົນສົ່ງໄປໂຮງໝໍຂັ້ນເທິງ ຈະເສຍເວລາ 2 ເຖິງ 3 ຊົ່ວໂມງ ຈຶ່ງໄປຮອດໂຮງໝໍເມືອງ. ສະນັ້ນ, ຖ້າຫາກບໍ່ມີແພດໝໍ ຈີ້ ປິ່ນປົວຢ່າງທັນການ ຈະອັນຕະລາຍທີ່ສຸດຕໍ່ຊີວິດ. ສະຫາຍ ຫງວຽນວັນກວກຈີ້ ເປັນແບບຢ່າງຂອງກົມກອງ ກໍຄືຂອງກໍາລັງທະຫານຊາຍແດນແຂວງກວ໋າງນາມ ເວົ້າລວມ”. 

ບັນດາວຽກງານທີ່ມີຄວາມໝາຍຂອງແພດໝໍ ຫງວຽນວັນກວກຈີ້ ໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃຫ້ປະຊາຊົນຢູ່ເຂດຊາຍແດນ. ບັນດາແພດໝໍທະຫານຊາຍແດນ ຄື ແພດໝໍ ຈີ້ ໄດ້ປະກອບສ່ວນເສີມສ້າງມູນເຊື້ອອັນສະຫງ່າລາສີຂອງທະຫານລຸງໂຮ່ ຢູ່ເຂດຊາຍແດນແຂວງກວ໋າງນາມ. 

ໂດຍ: ໄຊຊະນະ