ຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມການຝຶກຊ້ອມຢູ່ທ່າກຳປັ່ນ ແລະຢູ່ທະເລ. ບັນດາສະມາຊິກໃນຄະນະໄດ້ປະຕິບັດຂໍ້ກຳນົດໃນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພຂອງປະຊາຊົນ ແລະອຸປະກອນເຕັກນິກຢ່າງເດັດຂາດ, ໄດ້ຮັບການຕີລາຄາສູງຈາກປະເທດເຈົ້າພາບ ແລະທະຫານເຮືອຈາກປະເທດຕ່າງໆ.

leftcenterrightdel
ຜູ້ບັນຊາການທະຫານເຮືອເຂດ 2 (ທີ 3 ຈາກຊ້າຍ) ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn

ການຝຶກຊ້ອມທະຫານເຮືອຫຼາຍຝ່າຍ Komodo 2025 ໄດ້ສະແດງໃຫ້ເຫັນການເປັນກຳລັງຫຼວງ, ຍອດຢ້ຽມ, ມີຄວາມສາມາດເປັນເຈົ້າຂອງດ້ານອຸປະກອນເຕັກນິກ, ກໍ່ຄືຈັດຕັ້ງການເດີນທະເລເປັນເວລາ-ຫຼາຍວັນຂອງທະຫານເຮືອປະຊາຊົນຫວຽດນາມ.

ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ກອງກຳປັ່ນໄດ້ພົບປະແລກປ່ຽນ, ຮຽນຮູ້, ແລກປ່ຽນວິຊາສະເພາະ, ປະສົບການ ແລະຍົກສູງການປະສານສົມທົບ, ການຮ່ວມມືກັບທະຫານເຮືອຂອງບັນດາປະເທດໃນການເຄື່ອນໄຫວຫຼາຍຝ່າຍເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງບໍ່ແມ່ນການທະຫານ. ການປະຕິບັດງານກໍ່ປະກອບສ່ວນສືບຕໍ່ຢັ້ງຢືນອິດທິພົນຊື່ສຽງ, ກໍາລັງຄວາມສາມາດຂອງທະຫານເຮືອປະຊາຊົນຫວຽດນາມ ໃນເວທີສາກົນ.

ສິ້ນສຸດການປະຕິບັດງານ, ກອງບັນຊາການທະຫານເຮືອເຂດ 2 ໄດ້ມອບໃບຍ້ອງຍໍໃຫ້ 1 ໝູ່ຄະນະ ແລະ 8 ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ການເຂົ້າຮ່ວມການຝຶກຊ້ອມຫຼາຍຝ່າຍ Komodo 2025.

ໂດຍ: ຈາງຫງວຽນ