ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນວຽກງານການທະຫານ, ການປ້ອງກັນຊາດ

ຕາມທ່ານພົນຕີ ຫງວຽນກວກຢວຽດ, ຫົວໜ້າກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ: ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຊາບຊຶມບັນດາມະຕິ, ຄຳສັ່ງສະບັບຕ່າງໆ, ຈຸດສຸມແມ່ນມະຕິສູນກາງພັກ ຄັ້ງທີ 8 (ຊຸດທີ XI, XIII) ກ່ຽວກັບຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່, ມະຕິສະບັບເລກທີ  28-NQ/TW ຂອງກົມການເມືອງ ຊຸດທີ X “ກ່ຽວກັບການສືບຕໍ່ກໍ່ສ້າງບັນດາແຂວງ, ນະຄອນຂຶ້ນກັບສູນກາງໃຫ້ເປັນເຂດປ້ອງກັນບໍລິເວນທີ່ມີຄວາມເຂັ້ມແຂງໃນສະພາບການໃໝ່”; ສຸມໃສ່ກໍ່ສ້າງກຳລັງຫຼວງຕາມທິດ “ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”; ກໍ່ສ້າງກຳລັງສຳຮອງໃຫ້ມີຄວາມເຂັ້ມແຂງ, ມີຈຳນວນເໝາະສົມ, ຄຸນນະພາບສູງ; ກອງຫຼອນປ້ອງກັນຕົວມີຄວາມໝັ້ນຄົງເຂັ້ມແຂງ, ທົ່ວເຖິງ. ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດຕໍ່ການກໍ່ສ້າງຖັນແຖວພະນັກງານປະຈຳການມີຄຸນທາດການເມືອງໝັ້ນທ່ຽງ, ລະດັບຄວາມຮູ້ທັກສະ, ຍຸດທະວິທີ ແລະວິຊາສະເພາະນັບມື້ນັບສູງ.

leftcenterrightdel
ຝຶກແອບການຍິງປືນຢູ່ກອງພັນໃຫຍ່ 692 (ກອງພົນ 301, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ). ພາບ: ຫຶວທູ

ດ້ວຍລັກສະນະສະເພາະປະຕິບັດໜ້າທີ່ປົກປ້ອງບໍລິເວນທີ່ມີຄວາມລໍ່ແຫຼມເປັນພິເສດ, ມີຄວາມສຳຄັນດ້ານການເມືອງ, ກຳລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ຮັກສາບັນດາລະບອບກຽມພ້ອມສູ້ຮົບ, ກຳແໜ້ນສະພາບການ, ປະສານສົມທົບກັບບັນດາກຳລັງຮັກສາຄວາມປອດໄພຢ່າງສົມບູນຕໍ່ເຫດການການເມືອງສຳຄັນ, ກໍ່ສ້າງບໍລິເວນໃຫ້ມີຄວາມປອດໄພຕິດພັນກັບກົມກອງປອດໄພ, ຮາກຖານການເມືອງທ້ອງຖິ່ນມີຄວາມໝັ້ນຄົງເຂັ້ມແຂງ. ພິເສດ, ໃນການປ້ອງກັນ, ຕ້ານໄພທຳມະຊາດ, ໄພໄໝ້, ກູ້ຊີບກູ້ໄພ, ກຳລັງປະກອບອາວຸດນະຄອນຫຼວງຍາມໃດກໍ່ແມ່ນກຳລັງນຳໜ້າ, ຫຼັກແຫຼ່ງ.

ໃນຫຼາຍກອງປະຊຸມ, ການສະຫຼຸບວຽກງານການທະຫານ, ການປ້ອງກັນຊາດທ້ອງຖິ່ນ, ຕີລາຄາສູງບົດບາດຂອງກຳລັງປະກອບອາວຸດນະຄອນຫຼວງ, ສະຫາຍ ເລຮົ່ງເຊີນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ກຳລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ ໄດ້ກໍ່ສ້າງຢ່າງໝັ້ນຄົງເຂັ້ມແຂງ, ມີກຳລັງແຮງສູ້ຮົບສູງ, ອົບຮົມ-ຫັດແອບເກັ່ງ, ເຄື່ອນໄຫວຢ່າງມີປະສິດທິຜົນ. ດ້ວຍບົດບາດແມ່ນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດທ້ອງຖິ່ນ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ເຮັດວຽກງານເປັນເສນາທິການໃຫ້ຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນໃນການຊີ້ນຳ, ນຳພາວຽກງານປ້ອງກັນຊາດ, ການທະຫານ; ກໍ່ສ້າງກຳລັງປະກອບອາວຸດໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ, ດຳເນີນການດັດປັບກຳລັງຕາມທິດ “ກະທັດຮັດ, ຮັດກຸ່ມ, ແຂງແຮງ”, ມີຄວາມດຸນດ່ຽງ, ເໝາະສົມລະຫວ່າງກຳລັງປະຈຳການ, ກຳລັງສຳຮອງ ແລະທະຫານລາດປ້ອງກັນຕົວ, ຮັບປະກັນຄຸນນະພາບນັບມື້ນັບສູງ, ເປັນຫຼັກແຫຼ່ງແກ່ນສານໃນການກໍ່ສ້າງເຂດປ້ອງກັນຕົວ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຢ່າງໝັ້ນຄົງເຂັ້ມແຂງ...

ຍົກສູງຄຸນນະພາບການອົບຮົມ-ຫັດແອບ, ຝຶກຊ້ອມຢ່າງບໍ່ຢຸດຢັ້ງ

ໂດຍແມ່ນກົມກອງຫຼັກແຫຼ່ງຂອງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ, ໃນຊຸມປີຜ່ານມາ, ພະນັກງານ, ນັກຮົບກອງພັນໃຫຍ່ 692 (ກອງພົນ 301) ຫາກໍ່ຈັດຕັ້ງການຕ້ອນຮັບບຸນເຕັດທັງຕັ້ງໜ້າເຮັດສຳເລັດທຸກວຽກງານເພື່ອຕ້ອນຮັບທະຫານໃໝ່ ແລະກະກຽມຈັດຕັ້ງບັ້ນອົບຮົມ-ຫັດແອບປີ 2025. ເມື່ອຊອກຮູ້ພວກເຮົາຈຶ່ງຮູ້ມາວ່າ ຍ້ອນວ່າຍາມໃດກໍ່ເປັນເຈົ້າການເຮັດວຽກງານກະກຽມເປັນຢ່າງດີສະນັ້ນ ຄຸນນະພາບການອົບຮົມ-ຫັດແອບຂອງກົມກອງໃນຊຸມປີຜ່ານມາຈຶ່ງນັບມື້ນັບໄດ້ຍົກສູງຂຶ້ນ, ກອງພັນໃຫຍ່ ຍາມໃດກໍ່ເຮັດສຳເລັດໜ້າທີ່ອົບຮົມ-ຫັດແອບທະຫານໃໝ່ດ້ວຍໝາກຜົນ 100% ໄດ້ແພດດີ ແລະເກັ່ງ.

ໃນໄລຍະເວລາ 5 ປີຜ່ານມາ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ເຂົ້າຮ່ວມການຊີ້ນຳ, ຈັດຕັ້ງການຝຶກຊ້ອມເຂດປ້ອງກັນຕົວຂັ້ນເມືອງ, ເທດສະບານ ແລະຂັ້ນພະແນກ, ຂະແໜງການຈຳນວນ 30 ຄັ້ງ, ຝຶກຊ້ອມສູ້ຮົບໃນເຂດປ້ອງກັນຕົວຂອງບັນດາຕາແສງ, ເທດສະບານເມືອງເກືອບ 500 ຄັ້ງດ້ວຍຫຼາຍຈຸດໃໝ່, ເນື້ອໃນໃກ້ຊິດຕິດແທດກັບສະພາບການ ແລະຄວາມຮຽກຮ້ອງຕ້ອງການຕົວຈິງວາງອອກ. ຮູບການຂອງການຝຶກຊ້ອມໄດ້ໝູນໃຊ້ພາລະບົດບາດ, ໜ້າທີ່ ແລະລັກສະນະສະພາບການຂອງແຕ່ລະອົງການ, ກົມກອງ, ທ້ອງຖິ່ນໄດ້ຢ່າງເໝາະສົມ.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 692 (ກອງພົນ 301, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ) ເຂົ້າຮ່ວມການຝຶກຊ້ອມໃນການຝຶກຊ້ອມເຂດປ້ອງກັນຕົວນະຄອນຫຼວງຮ່າໂນ້ຍ. ພາບ: ຫຶວທູ

ທ່ານພົນຈັດຕະວາ ດ່າວວັນເຍີ້ນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ “ຄະນະພັກ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ເອົາໃຈໃສ່ສຸມໃສ່ຊີ້ນຳນຳພາການປະຕິບັດຫຼາຍມາດຕະການບຸກທະລຸ, ຍົກສູງຄຸນນະພາບວຽກງານອົບຮົມ-ຫັດແອບໃຫ້ບັນດາກຳລັງ. ໃນນັ້ນ, ເອົາໃຈໃສ່ຈັດຕັ້ງການຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານອົບຮົມ-ຫັດແອບທຸກຂັ້ນ; ຊີ້ນຳບັນດາອົງການ, ກົມກອງຕ້ອງຖືເປັນສຳຄັນການອົບຮົມ-ຫັດແອບຢ່າງຄົບຊຸດ, ລົງເລິກ, ເປັນເຈົ້າຂອງອາວຸດ, ຍຸດໂທປະກອນ, ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນຂັ້ນຕອນການອົບຮົມ-ຫັດແອບ. ພິເສດ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ກຳນົດວ່າ ຕ້ອງເອົາໃຈໃສ່ຊີ້ນຳບັນດາກົມກອງ, ທ້ອງຖິ່ນປະຕິບັດໜ້າທີ່ຝຶກຊ້ອມ. ເພາະສະນັ້ນ, ວຽກງານຝຶກຊ້ອມຍາມໃດຄະນະພັກ, ການນຳກົມກອງທຸກຂັ້ນກໍ່ໄດ້ເອົາໃຈໃສ່ເປັນພິເສດ, ຊີ້ນຳຢ່າງໃກ້ຊິດຕິດແທດ. ຈັດຕັ້ງການຝຶກຊ້ອມເປັນຢ່າງດີ, ໃກ້ຊິິດກັບສະພາບການຕົວຈິງເມື່ອມີກໍລະນີແທ້, ບັນດາກຳລັງຈະແກ້ໄຂໂດຍໄວ, ມີປະສິດທິຜົນ, ບໍ່ຕົກຢູ່ໃນທ່າຮັບ.

ໂດຍ: ແສງເດືອນ